Thursday, 12 July 2018

ລັດຖະບານລາວສົ່ງສານສະແດງຄວາມເສົ້າສະຫຼົດໃຈຕໍ່ເຫດການເຮືອລົ້ມກາງທະເລທີ່ ພູເກັດ ປະເທດໄທ

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດໄດ້ສົ່ງສານເຖິງ ທ່ານ ດອນ ປຣະມັດວິໄນ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທທີ່ ບາງກອກ ເພື່ອສະແດງຄວາມເສົ້າສະຫຼົດໃຈຕໍ່ເຫດການເຮືອລົ້ມກາງທະເລໃນວັນທີ 5 ກໍລະກົດຜ່ານມາ ເຊິ່້ງມີເນື້ອໃນວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ເຫດການອຸປະຕິເຫດເຮືອທ່ອງທ່ຽວຫຼົ້ມຢູ່ກາງທະເລ ທີ່ ຈັງຫວັດພູເກັດ ເມື່ອວັນທີ 5 ກໍລະກົດ 2018 ທີ່ຜ່ານມາ, ຊຶ່ງເປັນເຫດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ ທີ່ເປັນນັກທ່ອງທ່ຽວຊາວຕ່າງປະເທດ ເປັນຈໍານວນຫຼວງຫຼາຍ.
ຕາງໜ້າຄະນະນໍາ, ພະນັກງານລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈເປັນຢ່າງຍິ່ງມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກໄທ ກໍ່ຄື ຄອບຄົວຂອງຜູ້ເສຍຊີວິດ ໃນການສູນເສຍຄັ້ງນີ້ດ້ວຍ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...