Monday, 6 November 2017
ຊົນເຜົ່າ: ອາຄາ Akha ethnic group
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນູກຸຍ, ລູມາ, ເອີປາ, ຈີເປຍ, ມູຈີ, ມູເຕີນ, ຢາເອີ, ເຄີ, ພູຊາງ ແລະ ກົງສາດ. ອີງຕາມຜົນການສໍາຫຼວດພົນລະເມືອງ ປີ 2015, ຊົນເຜົ່າ ອາຄາ ມີປະຊາກອນທັງໝົດ 112,979 ຄົນ, ຍິງ 56,070 ຄົນ, ກວມເອົາ 1.8 ສ່ວນຮ້ອຍ ຂອງພົນລະເມືອງທັງໝົດໃນທົ່ວປະເທດ.ການນຸ່ງຖືຂອງຊົນເຜົ່າ ອາຄາ ຈະມີຄວາມແຕກຕ່າງກັນຕາມແຕ່ລະແຊງ. ແຕ່ສ່ວນຫຼາຍແມ່ຍິງແມ່ນນຸ່ງເສື້ອສີດໍາ ທີ່ມີລັກສະນະທາງໜ້າຍາວທາງຫຼັງສັ້ນ ແລະ ບໍ່ມີກະດຸມ, ສິ້ນກໍເປັນສີດໍາ, ມີຜ້າມັດຢູ່ຂາທັງສອງເບື້ອງ ແລະ ຢູ່ເທິງຫົວມີເຄື່ອງປະດັບເອ້ຍ້ອງຫຼາຍຢ່າງທີ່ເຮັດດ້ວຍເງິນ, ມີຫຼາກຫຼາຍສີສັນ. ນອກນີ້, ຍັງມີເຄື່ອງປະດັບຫຼາຍຢ່າງ ເຊັ່ນ: ປອກແຂນ, ສາຍຄໍ, ຕ້າງຫູ ແລະ ອື່ນໆ.
ວິຖີລາວ
#spiritoflaos
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...

-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ໃນວັນທີ 12 ກໍລະກົດນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຂັ້ນສູນກາງກ່ຽວກັບການປັບປຸງ ແລະ ສ້ອມແປງ...
No comments:
Post a Comment