Thursday, 12 July 2018

ຣັດເຊຍ ຂະຫຍາຍເວລາຫ້າມສິນຄ້າອາຫານຕາເວັນຕົກ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນມອສໂກປະເທດຣັດເຊຍເມື່ອວັນທີ່ 12 ກໍລະກົດວ່າ ບັນຍັດທີ່ລົງນາມໂດຍປະທານາທິບໍດີວາລາດີເມຍ ປູຕິນ ຂອງຣັດເຊຍ ແລະເຜີຍແຜ່ຜ່ານເວັບໄຊລເປັນທາງການຂອງລັດຖະບານ ລະບຸວ່າ ການຫ້າມນຳເຂົ້າຜະລິດຕະພັນທີ່ເຮັດຈາກນົມ ຊີ້ນສັດ ແລະອາຫານອື່ນໆ ເກືອບທັງຫມົດຈາກກຸ່ມປະເທດຕາເວັນຕົກຈະຂະຫຍາຍຕໍ່ໄປອີກຈົນເຖິງວັນທີ່ 31 ທັນວາ 2019
ເດືອນສິງຫາ 2014 ມອສໂກຫ້າມນຳເຂົ້າສິນຄ້າອາຫານເກືອບທັງຫມົດຈາກສະຫະພາບຢູໂຣບ (ອີຢູ) ອາເມລິກາ ແລະປະເທດອື່ນໆ ຫຼັງຈາກກຸ່ມປະເທດເຫຼົ່ານີ້ປະກາດມາດຕະການຂວຳ້ບາດຣັດເຊຍເພື່ອລົງໂທດກໍລະນີທີ່ມອສໂກລວມດິນແດນຄາບສະຫມຸດໄຄຣເມຍ ແລະສະໝັບສະໝູນກຸ່ມກະບົດແບ່ງແຍກດິນແດນທາງຕາເວັນອອກຂອງຢູເຄຣນ
ຫຼາຍເດືອນມິຖຸນາທີ່ຜ່ານມາ ກຸ່ມຜູ້ນຳອີຢູຕົກລົງຂະຫຍາຍເວລາຂວຳ້ບາດທາງເສດຖະກີດຕໍ່ຣັດເຊຍອອກໄປອີກ 6 ເດືອນ
ມາດຕະການຂວຳ້ບາດຂອງຕາເວັນຕົກ ລວມທັງການຫ້າມນຳເຂົ້າຂອງຣັດເຊຍເອງ ສົ່ງຜົນກະທົບຕໍ່ເສດຖະກິດຣັດເຊຍ ເຮັດໃຫ້ລາຄາອາຫານສູງຂື້ນ ແລະຄຸນນະພາບຕົກຕ່ຳ ແຕ່ກໍ່ເປັນການສົ່ງເສີມຜູ້ຜະລິດພາຍໃນປະເທດບາງສ່ວນເຊັ່ນກັນ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...