ສຳນັກຂ່າວຕ່າງປະເທດລາຍງານນະຄອນຮ່າໂນ້ຍປະເທດຫວຽດນາມເມື່ອວັນທີ່ 12 ກໍລະກົດວ່າ ສານຫວຽດນາມໃນແຂວງບິ່ນຖ່ວນ ທາງພາກໃຕ້ມີຄຳພິພາກສາເມື່ອວັນພະຫັດ ໃຫ້ລົງໂທດຈຳຄຸກປະຊາຊົນ 6 ຄົນ ເປັນເວລາຫຼາຍເດືອນຈົນເຖິງ 2 ປີເຄີ່ງ ຈາກຄວາມຜິດຖານໃຊ້ຄວາມຮຸນແຮງ ດຶກກ້ອນຫີນ ແລະລະເບີດເພີງໃສ່ເຈົ້າຫນ້າທີ່ຕຳຫຼວດລະຫວ່າງການປະທ້ວງຕໍ່ຕ້ານຮ່າງກົດຫມາຍໃຫ້ເອກະຊົນເຊົ່າທີ່ດິນດົນເຖິງ 99 ປີ ໃນເຂດເສດຖະກິດພິເສດຫຼາຍແຫ່ງຂອງຫວຽດນາມ
ລາຍງານຂອງຫນັງສືພິມເຈື່ອຍ ແຈ ລະບຸວ່າ ຈຳເລີຍທັງ 6 ຄົນຖືກສານແຂວງບິ່ນຖ່ວນຕັດສິນວ່າມີຄວາມຜິດຖານກໍ່ຄວາມບໍ່ສະຫງົບສຸກຂອງສາທາລະນະ ໃນລະຫວ່າງການພິຈາລະນາຄະດີມື້ດຽວ ເມື່ອວັນທີ່ 12 ກໍລະກົດ ຈຳເລີຍຜູ້ປະທ້ວງລາຍຫນື່ງເປັນເຍົາວະຊົນ ສານຕັດສິນໃຫ້ຈຳຄຸກ 18 ເດືອນ ຈາກຄວາມຜິດດຽວກັນ ແຕ່ໂທດຈຳຄຸກໃຫ້ລໍຖ້າລົງອາຍາ
ການປະທ້ວງຮ່າງກົດຫມາຍໃຫ້ເຊົ່າທີ່ດິນ ເກີດຂື້ນທົ່ວຫວຽດນາມເມື່ອເດືອນຜ່ານມາ ໂດຍກຸ່ມຜູ້ປະທ້ວງຢ້ານວ່າເຂດເສດຖະກິດພິເສດຂອງຫວຽດນາມ ຈະຕົກໄປຢູ່ໃນມືຂອງກຸ່ມນັກລົງທືນຊາວຈີນຍັງມີຜູ້ປະທ້ວງອີກຫຼາຍສິບຄົນທີ່ຖືກເຈົ້າຫນ້າທີ່ຈັບກຸມ ແລະລໍຖ້າການພິຈາລະນາຄະດີໃນສານ


No comments:
Post a Comment