ສານເຢຍຣະມັນ ໄດ້ພົບເຫັນວ່າ ສະມາຊິກຄົນນຶ່ງ ຂອງກຸ່ມນາຊີໃໝ່ ມີຄວາມຜິດ
ໃນການສັງຫານ 10 ຄົນ ແລະຕັດສິນໃຫ້ຜູ້ກ່ຽວ ຈຳຄຸກຕະຫຼອດຊີບ ຫຼັງຈາກທີ່ໄດ້
ດຳເນີນຄະດີມາເປັນເວລາ 5 ປີ ນັ້ນ.

ນາງບີເຕ ຊາບເປ (Beate Zschape) ສະມາຊິກຜູ້ທ້າຍສຸດທີ່ຊາບວ່າ ຍັງມີຊີວິດຢູ່
ຂອງກຸ່ມສັງຄົມນິຍົມແຫ່ງຊາດໃຕ້ດິນ ຫຼື (National Socialist Underground)
ໄດ້ຖືກພົບເຫັນວ່າມີຄວາມຜິດ ທີ່ໄດ້ສັງຫານ ພວກຄົນເຂົ້າເມືອງ 9 ຄົນ ທີ່ເປັນຊາວ
ເທີກີ 8 ຄົນແລະຊາວກຣິສ 1 ຄົນ ແລະຕຳຫຼວດແມ່ຍິງຊາວເຢຍຣະມັນ 1 ຄົນ ລະຫວ່າງ
ປີ 2000 ຫາ ປີ 2007. ພວກໄອຍະການ ໄດ້ກ່າວວ່າ ການສັງຫານທີ່ວ່ານີ້ ແມ່ນເປັນຍ້ອນການກີດຊັງດ້ານຜິວພັນ.

ລາວຍັງໄດ້ພົບເຫັນວ່າມີຄວາມຜິດ ໃນການລະເບີດທີ່ນະຄອນໂຄໂລນ ແລະລັກຂະໂມຍ
ອີກ 15 ຄັ້ງ ແລະສັງກັດຢູ່ໃນກຸ່ມກໍ່ການຮ້າຍ.

ນາງຊາບເປ ແມ່ນໄດ້ຖືກຈັບກຸມ ໃນປີ 2011 ຫຼັງຈາກທີ່ສະມາຊິກຂອງກຸ່ມ NSU
ໄດ້ເສຍຊີວິດລົງ 2 ຄົນ ໃນການວາງລະເບີດຂ້າຕົວຕາຍ ລຸນຫຼັງທີ່ໄດ້ພະຍາຍາມຈະ
ທຳການປຸ້ນ. ນາງຊາບເປ ໄດ້ຈູດເຜົາຕຶກຫ້ອງແຖວ ບ່ອນທີ່ນາງອາໄສຢູ່ກັບຊາຍ 2 ຄົນ
ແລະຕໍ່ມາ ຍອມຮັບວ່າລາວ ເປັນຜູ້ຈູດ.

ພາບວີດີໂອ ທີ່ສາລະພາບ ໄດ້ຖືກປະຖິ້ມໄວ້ ໂດຍຊາຍ 2 ຄົນນັ້ນ ແມ່ນໄດ້ນຳໃຊ້ເປັນ
ຫຼັກຖານຕັດສິນໂທດ ຕໍ່ນາງຊາບເປ.
ຫຼັກຖານຕັດສິນໂທດ ຕໍ່ນາງຊາບເປ.
ມີຜູ້ຊາຍ ອີກ 4 ຄົນ ແມ່ນໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນການສະໜັບສະໜຸນ
ກຸ່ມ NSU ທີ່ຮວມທັງ ໃຫ້ການຊ່ອຍເຫຼືອອາວຸດ. ພວກກ່ຽວແມ່ນໄດ້ຖືກຕັດສິນຕິດຄຸກ
ໃນເວລາ ແຕ່ 2 ປີເຄິ່ງ ຫາ 10 ປີ.

ການຕັດສິນທີ່ວ່ານີ້ ແມ່ນໄດ້ຮັບຄວາມເຫັນດີຈາກຄອບຄົວພວກເຄາະຮ້າຍ ກຸ່ມສິດທິ
ມະນຸດ ແລະເຈົ້າໜ້າທີ່ເຢຍຣະມັນ.
ມະນຸດ ແລະເຈົ້າໜ້າທີ່ເຢຍຣະມັນ.
ລັດຖະມົນຕີກະຊວງພາຍໃນຂອງເຢຍຣະມັນ ທ່ານ ຮອຣສ ຊີໂຮເຟີ ໄດ້ກ່າວວ່າ ຄະດີ
ອາຊະຍາກຳຂອງກຸ່ມ NSU “ຄວນຈະເປັນບົດຮຽນ ແລະເປັນໜ້າທີ່ຂອງພວກເຮົາ
ທີ່ຈະຕໍ່ສູ້ ກຸ່ມຫົວຮຸນແຮງຂວາຈັດ ໃນເຢຍຣະມັນ ດ້ວຍທຸກວິທີທາງທີ່ຈຳເປັນ.”

No comments:
Post a Comment