Sunday, 15 July 2018

ອາເລັກຊານດຣາ ຂໍຖອນຕົວຈາກຕຳແໜ່ງອຳນວຍການກອງປະກວດ ມິສຢູນິເວີສລາວ

ປັນອີກຂ່າວທີ່ສ້າງຄວາມຕົກໃຈໃຫ້ກັບກອງປະກວດ ມິສຢູນິເວີສລາວ 2018 ເມື່ອ ສີລະປິນສາວ “ອາເລັກຊານດຣາ ບຸນຊ່ວຍ” ຫາກໍ່ໄດ້ຮັບຕຳແໜ່ງອຳນວຍການກອງປະກວດ ມິສຢູນິເວີສລາວ 2018 ໄດ້ບໍ່ດົນ ຂໍຖອນຕົວອອກຈາກຕຳແໜ່ງ ເຊິ່ງເມື່ອວັນທີ 12 ກໍລະກົດ 2018 ນາງໄດ້ແຈ້ງໜັງສືຜ່ານເຟສບຸກສ່ວນຕົວຂອງນາງ  Alexandra Laos ໂດຍໃຫ້ເຫດຜົນວ່າ “ເນື່ອງຈາກວ່າການປະສານງານຈາກພາກສ່ວນຕ່າງໆບໍ່ມີຄວາມພ້ອມ ແລະ ບໍ່ມີຄວາມຊັດເຈນ, ດັ່ງນັ້ນ ຂ້າເຈົ້າຈິ່ງຂໍແຈ້ງນັບຕັ້ງແຕ່ມື້ວັນທີ 12 ກໍລະກົດ 2018 ນີ້ເປັນຕົ້ນໄປ ຂ້າພະເຈົ້າຂໍຖອນຕົວອອກຈາກການເປັນອຳນວຍການກອງປະກວດ ມສຢູນິເວີສລາວ 2018 ຢ່າງເປັນທາງການ”
ເຊິ່ງຫຼັງຈາກນາງໄດ້ໂພສເອກະສານນີ້ຜ່ານເຟສບຸກ ກໍ່ມີຄົນເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍ ບາງຄົນກໍ່ໃຫ້ຄວາມຄິດເຫັນບອກວ່າໜ້າເສຍດາຍ ເພາະຕຳແໜ່ງນີ້ເໝາະສົມກັບອາເລັກຊານດຣາທີ່ສຸດ ແລະ ບາງກຸ່ມກໍ່ຕ້ອງການຮູ້ເຫດຜົນແທ້ຈິງທີ່ເຮັດໃຫ້ນັກຮ້ອງສາວຄົນນີ້ຕັດສິນໃຈລາອອກ
ເອົາເປັນວ່າເລື່ອງນີ້ຕ້ອງຕິດຕາມກັນຕໍ່ໄປ ສຳລັບຜູ້ອຳນວຍການກອງປະກວດຄົນໃໝ່ຈະເປັນໃຜທີ່ຈະເຂົ້າມາຈັດການ ແລະ ແນວທາງກອງປະກວດຈະດຳເນີນໄປໃນຮູບແບບໃດ ປີນີ້ເວທີມິສຢູນິເວີສລາວ 2018 ຈະເກີດ ຫຼື ບໍ່ເຮົາຕ້ອງຕິດຕາມໄປພ້ອມກັນ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...