ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນໂຊລປະເທດເກົາຫຼີໃຕ້ເມື່ອວັນທີ່ 16 ກໍລະກົດວ່າ ກະຊວງການຕ່າງປະເທດອາເມລິກາ ອອກຖະແຫຼງການວ່າເຈົ້າຫນ້າທີ່ລະດັບປະຕິບັດການຂອງລັດຖະບານວໍຊິງຕັນ ແລະເກົາຫຼີເຫນືອ ພົບຫາລືກັນທີ່ຫມູ່ບ້ານປັນມຸນຈອມ ເທີງເຂດປອດທະຫານຂອງຄາບສະຫມຸດເກົາຫຼີ ເມື່ອວັນອາທິດທີ່ຜ່ານມາ ແລະມີການປະຊຸມຕໍ່ຍອດກັນໃນວັນຈັນອີກຄັ້ງ ກ່ຽວກັບຄວາມຮ່ວມມືໃນການຄົ້ນຫາ ແລະການສົ່ງຄືນກະດູກຂອງທະຫານອາເມລິກາ ຊື່ງສູນຫາຍໃນເກົາຫຼີເຫນືອລະຫວ່າງສົງຄາມເກົາຫຼີ
ຂະນະທີ່ທ່ານໄມເຄິລ ປອມເປໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ ກ່າວວ່າລັດຖະບານວໍຊິງຕັນມີຄວາມກັງວົນເປັນຢ່າງຍິ່ງ ວ່າປະເດັນນີ້ຈະມີຄວາມຄືບຫນ້າຢ່າງຊັດເຈນພາຍໃນອານາຄົດອັນໃກ້ນີ້ເນື່ອງຈາກເປັນຫນື່ງໃນຫົວຂໍ້ສຳຄັນທີ່ລະບຸຢູ່ໃນຂໍ້ຕົກລົງທີ່ທ່ານຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເຫນືອ ແລະປະທານາທິບໍດີໂດນັລ ທຣັມ ລົງນາມຮ່ວມກັນໃນການປະຊຸມທີ່ສິງກະໂປເມື່ອວັນທີ່ 12 ມິຖຸນາທີ່ຜ່ານມາ
ທັງນີ້ ຂໍ້ມູນຂອງກະຊວງປ້ອງກັນປະເທດອາເມລິກາປະເມີນຈຳນວນທະຫານອາເມລິກາສູນຫາຍໃນເກົາຫຼີເຫນືອໄວ້ທີ່ປະມານ 5,300 ຄົນ ແລະທັງສອງປະເທດເຄີຍຈັດຕັ້ງຄະນະເຮັດວຽກຮ່ວມກັນໃນເລື່ອງນີ້ມາແລ້ວ ລະຫວ່າງປີ 1996 ເຖິງ 2005 ແລະສາມາດຄົ້ນຫາຊິ້ນສ່ວນກະດູກຂອງທະຫານອາເມລິກາໄດ້ 229 ຊຸດ ປະເມີນ ດ້ານລັດຖະບານເກົາຫລີເໜືອເຄີຍເຜີຍວ່າໂຄງກະດູກຂອງທະຫານອາເມລິກາປະມານ 200 ຊຸດຍັງຢູ່ໃນເກົາຫຼີເຫນືອ ແລະກອງທັບອາເມລິກາສົ່ງໂລງໄມ້ 100 ໂລງ ໄປຖ້າທີ່ເຂດປອດທະຫານເມື່ອອາທິດທີ່ຜ່ານມາດ້ວຍ ແຕ່ບໍ່ມີການເປີດເຜີຍວ່າໄດ້ຮັບຊິ້ນສ່ວນຂອງທະຫານຜູ້ສະຫລະຊີບກັບມາເປັນຈຳນວນເທົ່າໃດໂດຍຂໍ້ມູນການສົ່ງກັບຊິ້ນສ່ວນກະດູກທະຫານອາເມລິກາຊຸດລ່າສຸດທີ່ມີການຢືນຢັນຢ່າງເປັນທາງການ ເປັນຜົນຈາກການຢ້ຽມຢາມນະຄອນປຽງຢາງເມື່ອປີ 2007 ຂອງທ່ານບິລ ຮິຊາຣດສັນ ອະດີດຜູ້ວ່າການລັດນິວເມັກຊິໂກ ແລະອະດີດເອກອັກຄະລັດຖະທູດອາເມລິກາປະຈຳສະຫະປະຊາຊາດ (ຢູເອັນ) ຊື່ງນຳໂຄງກະດູກກັບມາດ້ວຍ 6 ຊຸດ
ນອກຈາກນັ້ນ ມີລາຍງານດ້ວຍວ່າເຈົ້າຫນ້າທີ່ຂອງລັດຖະບານເກົາຫລີເໜືອຍົກເລີກການພົບຫາລືກັບເຈົ້າຫນ້າທີ່ຂອງອາເມລິກາໃນເລື່ອງນີ້ແບບ “ກາງອາກາດ” ເມື່ອອາທີດທີ່ຜ່ານມາ ໂດຍບໍ່ໃຫ້ເຫດຜົນຊັດເຈນກ່ອນເປັນຝ່າຍຕິດຕໍ່ກັບມາອີກຄັ້ງ
No comments:
Post a Comment