ປິດສາກເປັນທີ່ຮຽບຮ້ອຍແລ້ວສຳລັບບານໂລກ 2018 ທີ່ປະເທດ ຣັດເຊຍ ໂດຍແຊັມຕົກເປັນຂອງ “ທີມຊາດຝຣັ່ງ” ເຮັດໃຫ້ພວກເຂົາໄດ້ເປັນແຊັມສະໄໝທີສອງ
ໃນຄ່ຳຄືນຂອງວັນທີ 15 ກໍລະກົດ 2018 ບານໂລກຮອບຕັດສິນ ເປັນການພົບກັນລະຫວ່າງ “ຝຣັ່ງ ພົບກັບ ໂຄຣເອເຊຍ” ດ້ວຍເກມການຫຼິ້ນທີ່ດີກວ່າເຮັດໃຫ້ ຝຣັ່ງສາມາດເຮັດປະຕູຂຶ້ນນຳໂຄຣເອເຊຍກ່ອນ 2-0 ໃນຊ່ວງເວລາທຳອິດ ໃນລູກທຳອິດແມ່ນເກີດຈາກຄວາມຜິດພາດຂອງທາງໂຄຣເອເຊຍໂດຍ ມາເຣໂອ ມານຊູຄິຊ (ເຮັດເຂົ້າປະຕູຕົວເອງ) ໃນນາທີທີ 18 ເຊິ່ງເຮັດໃຫ້ຝຣັ່ງໄດ້ປະຕູຂຶ້ນນຳໂຄຣເອເຊຍໄປກ່ອນ 1-0, ແຕ່ຜ່ານໄປພຽງ 10 ນາທີ ໂຄຣເອເຊຍກໍ່ສາມາດເຮັດປະຕູຕີສະເໝີໄດ້ 1-1 ໂດຍການຍິງຂອງ ອິວານ ເພີຣິຊິກ ນາທີ 28, ແລະ ເກມໄດ້ດຳເນີນໄປພຽງ 10 ນາທີ ຝຣັ່ງກໍ່ເຮັດປະຕູນຳເປັນ 2-1 ຈາກການຍິງລູກໂທດຂອງ ອັອງຕວນ ກຣີສມັນ ນາທີ 38 ປີດເຄິ່ງເວລາທຳອິດ ຝຣັ່ງ ນຳ ໂຄຣເອເຊຍ 2-1 ໃນເຄິ່ງເວລາຫຼັງຝຣັ່ງຍັງຄຸມເກມໄດ້ເໜືອກວ່າ ໂດຍ ປອລ ປ໋ອກບາ ໄດ້ຍິງປະຕູທີ 3 ໃນນາທີ 59 ແລະ ປະຕູທີ 4 ໄດ້ຈາກ ຄີລີຢັນ ເອັມບັບເປ ນາທີ 65 ຕໍ່ມາພຽງ 4 ນາທີ ໂຄຣເອເຊຍມາໄດ້ປະຕູທີ 2 ຈາກການຍິງຂອງ ມາເຣໂອ ມານຊູຄິຊ ນາທີ 69, ເກມຍັງດຳເນີນໄປເລື້ອຍໆ ຈົນຈົບເວລາ ຜົນປະກົດວ່າ ຝຣັ່ງ ຊະນະ ໂຄຣເອເຊຍ ແລະ ກາຍເປັນແຊັ້ມບານໂລກ 2018
ບານໂລກ 2018 ເຈົ້າພາບຣັດເຊຍ ໄດ້ປິດລົງຢ່າງເປັນທາງການ ທາງສະຫະພັນບານເຕະນານາຊາດ (ຟີຟ່າ) ໄດ້ປະກາດຢືນຢັນກຳນົດການແຂ່ງຂັນບານໂລກ 2022 ປະເທດ ກາຕາຣ໌ ໃນອີກ 4 ປີຂ້າງໜ້າ ເຊິ່ງມີກຳນົດໃນວັນທີ 21 ພະຈິກ – 18 ທັນວາ 2022 ໃຊ້ເວລາແຂ່ງ 28 ມື້.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...

-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ໃນວັນທີ 12 ກໍລະກົດນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຂັ້ນສູນກາງກ່ຽວກັບການປັບປຸງ ແລະ ສ້ອມແປງ...
No comments:
Post a Comment