ເວລານີ້ ມີການຢືນຢັນວ່າ ສາມຄົນເສຍຊີວິດ ຫຼັງຈາກຕຶກຫົກຊັ້ນທີ່ກຳລັງກໍ່ສ້າງໄດ້ພັງ
ລົງມາໃສ່ຕຶກພັກເຊົາ ທີ່ຢູ່່ໃກ້ກັນນັ້ນ ຢູ່ນອກນະຄອນຫຼວງນິວເດລີ ຂອງອິນເດຍ ໃນ
ວັນພຸດມື້ນີ້.

ພວກກູ້ໄພສຸກເສີນຫຼາຍກວ່າ 100 ຄົນພາກັນຂຸດຄົ້ນ ຢູ່ຕາມຊາກຫັກພັງ ຂອງບ່ອນທີ່
ເກີດເຫດດ້ວຍລົດຍົກ ແລະເຄື່ອງຈັກຕ່າງໆໃນການຊອກຫາຜູ້ລອດຊີວິດ ແລະເຄາະ
ຮ້າຍ. ໝາກຸ່່ມນຶ່ງໄດ້ຖືກສົ່ງອອກໄປດົມກິ່ນ ເພື່ອຊອກຫາຮ່ອງຮອຍຂອງຊີວິດ.

ຫົວໜ້າດັບເພີງປະຈຳເຂດ ທ່ານອາຣຸນ ກູມາຣ ຊິງ ກ່າວວ່າພວກເຮັດວຽກຢ່າງໜ້ອຍ
12 ຄົນໄດ້ຢູ່ໃນຕຶກ ເວລາຕຶກເກີດການຫັກພັງລົງມາ ແລະເຊື່ອວ່າຕົກຄ້າງຢູ່ກ້ອງຊາກ
ຫັກພັງ.

ການຫັກພັງໄດ້ເກີດຂຶ້ນໃນຕອນຄ່ຳວັນອັງຄານວານນີ້ຢູ່ນອກເມືອງເກຣດເຕີ ນົວດາ
ຕັ້ງຢູ່ທາງພາກຕາເວັນອອກຂອງນະຄອນຫຼວງອິນເດຍ. ເຂດດັ່ງກ່າວເຕັມໄປດ້ວຍການ
ກໍ່ສ້າງຕຶກທີ່ບໍ່ດີ ໂດຍພວກສັນຍາຈ້າງ ທີ່ບໍ່ຫົວຊາກັບກົດລະບຽບຂອງລັດຖະບານ ແລະ
ໃຊ້ວັດຖຸທີ່ບໍ່ໄດ້ມາດຕະຖານດີ.

ເຈົ້າຂອງຕຶກທີ່ກຳລັງກໍ່ສ້າງ ແລະເພື່ອນຮ່ວມງານສອງຄົນໄດ້ຖືກຈັບເພື່ອສອບປາກ
ຄຳ.ການຫັກພັງຂອງຕຶກ ມັກເກີດຂຶ້ນໃນອິນເດຍ ລະຫວ່າງເດືອນມິຖຸນາ ຫາເດືອນ
ກັນຍາ ຊຶ່ງປັນລະດູລົມມໍລະສູນ.

No comments:
Post a Comment