Friday, 20 July 2018

ຊາມູໄລ ເລັງຄວ້າເວນເກີນັ່ງແທ່ນກຸນຊືຄົນໃໝ່

ສາມາຄົມບານເຕະຍີ່ປຸ່ນ ຕົກເປັນຂ່າວກໍາລັງສົນໃຈຈະຄວ້າໂຕ ອາຣແຊນ ເວນເກີ ອາດີດຜູ້ຈັດການທີມອາຣເຊນອລ ໄປນັ່ງແທ່ນເປັນໂຄ໊ດທີມຊາດຍີ່ປຸ່ນຄົນໃໝ່
ກ່ອນໜ້ານີ້ມີລາຍງານວ່າ ເວນເກີຣ ອາດຈະຍ້າຍໄປຄຸມ ຣີລ ມາດຣິດ ຫຼື ປາຣີສແຊງ ແຊຣຟແມງ ຫຼັງໂບກມືອຳລາ ເອມິເຣດ ສະເຕດ້ຽມ ແຕ່ລ່າສຸດທັງ 2 ສະໂມສອນໄດ້ກຸນຊືຄົນໃໝ່ຮຽບຮ້ອຍແລ້ວ ເຮັດໃຫ້ອາດີດບີ໊ກບອສປືນໃຫຍ່ຍັງຄົງຫວ່າງງານຢູ່ໃນປັດຈຸບັນ
“ເດລີ ເມລ” ສື່ດັງຂອງອັງກິດເຜີຍວ່າ ຍີ່ປຸ່ນ ຕ້ອງການດຶງ ເວນເກີຣ ໄປຄຸມທີມໄລຍະຍາວ ແຕ່ບັນຫາກໍ່ຄືກຸນຊືຊາວຝຣັ່ງ ເຄີຍໃຫ້ສໍາພາດເອົາໄວ້ວ່າ ຢາກເຮັດວຽກໃນລະດັບສະໂມສອນຫຼາຍກວ່າ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...