Wednesday, 18 July 2018

ການຍິງກັນ ລະເບີດຂຶ້ນ ຂະນະທີ່ ກຳລັງ ນິກາຣາກົວ ເຄື່ອນເຂົ້າສູ່ ຄຸ້ມນຶ່ງ ໃນເມືອງ ມາຊາຍາ

ຕຳຫຼວດ​ນິກາຣາກົວ ​ແລະ​ກຳລັງ​ສະໜັບສະໜູນ​ລັດຖະບານ ​ໄດ້ເຂົ້າ​ຄວບ​ຄຸມ​ເອົາ​ຄຸ້ມ
​ບ້ານ​ແຫ່ງນຶ່ງ ​ໃນແລງ​ວັນ​ອັງຄານ​ວານ​ນີ້ ຢູ່ເມືອງ​ມາ​ຊາຍາ ທີ່​ໄດ້​ກາຍ​ມາ​ເປັນ​ສູນ​ກາງ
​ຕໍ່ຕ້ານ ​ຂອງພວກ​ຝ່າຍ​ຄ້ານ.
ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານທ່ານ​ດາ​ນຽລ ​ອອກ​ເຕກາ ​ໄດ້​ຍິງ​ລູກປືນຄົກທີ່ີເຮັດ
ເອົາເອງແລະ​ອາວຸດ​ຕ່າງໆ ເຂົ້າໃສ່​ຕຳຫຼວດ ແຕ່​ໄດ້​ຖືກ​ຕອບ​ໂຕ້ຢ່າງ​ວ່ອງ​ໄວ.
ພວກ​ນັກ​ຂ່າວ ​ທີ່​ພະຍາຍາມ​ຈະເຂົ້າ​ໄປ​ໃນຄຸ້ມໂມ​ນິມ​ໂບ ກ່າວ​ວ່າ ​ພວກ​ມີ​ປືນ​ສະໜັບ
ສະໜູນ​ລັດຖະບານ ໄດ້​ຍິງ​ປືນເຂົ້າໃສ່​ເຂົາ​ເຈົ້າ.
ພວກ​ນັກ​ເຄື່ອນ​ໄຫວເພື່ອ​ສິດທິມະນຸດ​ນິກາຣາກົວ ກ່າວ​ວ່າ ​ຢ່າງໜ້ອຍມີ​ສອງ​ຄົນ​ໄດ້​
ເສຍ​ຊີວິດ ​ແລະ​ຫຼາຍ​ສິບ​ຄົນ​ ໄດ້​ຮັບ​ບາດ​ເຈັບ.
ກຳລັງ​ສະໜັບສະໜູນ​ທ່ານ​ອອກ​ເຕກາ ​ໄດ້​ໂຈມ​ຕີ​ເມືອງ​ມາ​ຊາຍາ ​ເຖິງ​ແມ່​ນວ່າ​ໄດ້​ມີ
ການຮ້ອງຂໍ​ໂດຍ​ກົງ​ ຈາກ​ສະຫະລັດ ບໍ່​ໃຫ້​ໂຈມ​ຕີ.
ຮອງ​ລັດຖະມົນຕີ ຊ່ວຍວ່າການ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານແຟຣນຊິ​ສ
​ໂກ ພາລເມຣີ ​ໄດ້​ສົ່ງ​ຂໍ້ຄວາມ​ທາງ​ທວິດ​ເຕີ ໃນ​ວັນ​ອັງຄານ​ວານ​ນີ້​ວ່າ “​ຄວາມ​ຮຸນ​ແຮງ
ແລະ​ການນອງ​ເລືອດ ຊຶ່ງໄດ້ຮັບການຊຸກຍູ້ໂດຍລັດຖະ ບານ ທີ່ຍັງດຳເນີນຢູ່ຕໍ່ມາ ໃນ​ນິກາຣາກົວນັ້ນ ຕ້ອງ​ຍຸຕິໃນທັນທີ. ​ໂລກ​ກຳລັງ​ຈັບຕາເບິ່ງ​ຢູ່​.”
​ການ​ລຸກ​ຮືຂຶ້ນຂອງປະຊາຊົນຕໍ່​ຕ້ານ​ທ່ານ​ອອກ​ເຕກາ ​ໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ເມສາ ​ເວລາ​
ທ່ານ​ໄດ້​ປະກາດ ​ປ່ຽນແປງ​ລະບົບ​ບໍານານ​ຂອງ​ປະ​ເທດ.
ນັບ​ແຕ່​ນັ້ນ​ມາ ​ທ່ານກໍ​ໄດ້ຍົກ​ເລີກ ແຜນເຫລົ່າ​ນັ້ນ ​ແຕ່​ຍັງ​ບໍ່​ທັນ​ໄດ້​ຢຸດເຊົາ​ການ​ປາບປາ
ມທີ່​ຮ້າຍ​ແຮງ ​ຕໍ່​ພວກ​ປະ​ທ້ວງລັດຖະບານ. ທ່ານ​ກ່າວ​ຫາ​ເຂົາ​ເຈົ້າ​ວ່າ​ພະ​ຍາ​ຍາມ​ຫາ
ທາງ​ເຮັດ​ລັດຖະປະຫານ.
ນອກນັ້ນ ທ່ານ​ອອກ​ເຕກາ​ຍັງ​ບໍ່ເອົາ​ຫົວຊາ ນຳ​ການຮຽກ​ຮ້ອງຂອງພວກນັກບວດ ​ເພື່ອ​ໃຫ້ມີສັນຕິພາບ ​ແລະ​ປະຕິ​ເສດ​ທີ່​ຈະ​ຈັດການ​ເລືອກ​ຕັ້ງ​ກ່ອນ​ກຳນົດ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...