Sunday, 15 July 2018

ບໍລິຄຳໄຊ ເປີດນຳໃຊ້ໂຮງໝໍແຫ່ງໃໝ່


ໃນວັນທີ 10 ກໍລະກົດທີ່ຜ່ານມາ ນີ້ ແຂວງບໍລິຄຳໄຊ ໄດ້ຈັດພິທີ ມອບ-ຮັບ ແລະ ເປີດນຳໃຊ້ ໂຮງໝໍແຂວງບໍລິຄຳໄຊ ແຫ່ງ ໃໝ່, ໂດຍການເຂົ້າຮ່ວມ ຂອງ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິ ຄຳໄຊ, ທ່ານ Claude Jentgen ອຸປະທູດ ລຸກຊຳບວກ ປະຈຳ ສປປ ລາວ. ເຂົ້າຮ່ວມ ນຳດ້ວຍ.
ການກໍ່ສ້າງ ແລະ ສະ ໜອງ-ຕິດຕັ້ງອຸປະກອນທາງການແພດສຳລັບໂຮງໝໍ ແຫ່ງນີ້ ແມ່ນໄດ້ຮັບທຶນຊ່ວຍ ເຫລືອຈາກລຸກຊຳບວກ ພາຍ ໃຕ້ແຜນງານໂຄງການຊ່ວຍເຫລືອ ຂະແໜງສາທາລະ ນະສຸກ ລາວ-ລຸກຊຳບວກ (ໂຄງການ LAO/027) ເຊິ່ງຈັດຕັ້ງປະຕິບັດໂດຍ ອົງການ LuxDev.
ໂຮງໝໍແຂວງບໍລິຄຳ ໄຊແຫ່ງໃໝ່ ປະກອບມີຕຽງ ຮອງຮັບຄົນເຈັບຈຳນວນ 140 ຕຽງ, ມີຫ້ອງຜ່າຕັດ ທີ່ທັນສະໄໝ ຈຳນວນ 3 ຫ້ອງ, ມີພະແນກຂ້າເຊື້ອ, ມີຫ້ອງປະສູດຈຳນວນ 2 ຫ້ອງ. ພ້ອມນັ້ນ, ຍັງມີພະ ແນກສ່ອງລັງສີ ແລະ ພະແນກວິໄຈ, ສ່ວນການ ບໍລິການປິ່ນປົວຄົນເຈັບ ເຂດນອກ ລວມມີ ການ ປິ່ນປົວແຂ້ວ, ກາຍະພາບ ບຳບັດ, ຄຣີນິກຫູ-ຕາ- ດັງ-ຄໍ.
ໂຮງໝໍດັ່ງກ່າວ, ມີ ພະນັກ ງານທັງໝົດ 180 ຄົນ, ໃນນັ້ນລວມມີແພດ ທົ່ວໄປ ແລະ ແພດຊ່ຽວ ຊານ ຈຳນວນ 30 ຄົນ, ພະ ຍາບານ ແລະ ພະດຸງຄັນ 75 ຄົນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...