ອີງຕາມ ທ່ານ ນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ນັກທຸລະກິດ ໃຫ້ທັດສະນະວ່າ: ປະຊາຊົນໃນນະຄອນຫຼວງວຽງຈັນ ຈະຂ້າມໄປໜອງຄາຍປະເທດໄທທີ່ຜ່ານຂົວມິດຕະພາບ ລາວ – ໄທ 1 ເປັນຈໍານວນຫຼາຍ ໂດຍສະເພາະໃນວັນພັກລັດຖະການວັນເສົາ – ອາທິດ ຫຼື ເທເສະການຕ່າງໆເຮັດໃຫ້ລົດຕິດຍາວຢຽດຢູ່ສອງສົ້ນຂອງດ່ານກວດຄົນເຂົ້າເມືອງ ການໄປຂອງຄົນລາວຈະມີລັກສະນະເປັນກຸ່ມ, ເປັນຄອບຄົວເປົ້າໝາຍ ກໍຄື: ປິ່ນປົວພະຍາດ, ທ່ອງທ່ຽວ, ຍ່າງເລາະທ່ຽວຕາມສູນການຄ້າຂາກັບກໍຊື້ສິ່ງຂອງທີ່ຈຳເປັນເຮັດໃຫ້ເມັດເງິນຈຳນວນມະຫາສານໄຫຼອອກນອກປະເທດຢ່າງໜ້າເສຍດາຍ ເຖິງແມ່ນວ່າໄລຍະຜ່ານມາສູນການຄ້າຫຼາຍແຫ່ງໃນນະຄອນຫຼວງວຽງຈັນຈະເພີ່ມຂຶ້ນ ແຕ່ຖ້າເບິ່ງຕົວຈິງແລ້ວຈຳນວນຄົນລາວທີ່ຂ້າມກໍເຫັນວ່າເພີ່ມຂຶ້ນເຊັ່ນກັນ ຈົນເຮັດໃຫ້ Tesco lotus ແລະ Makro ມີຍອດຈຳໜ່າຍຂຶ້ນສູ່ຈຸດສູງສຸດໃນອັນດັບຕົ້ນໆຂອງທຸກສາຂາໃນຈຳນວນເກືອບ 2 ພັນສາຂາຂອງ Tesco lotus ໃນທົ່ວປະເທດໄທ ລູກຄ້າສ່ວນໃຫຍ່ເປັນຄົນລາວ.
ກ່ອນໜ້ານັ້ນສູນການຄ້າທັງ Tesco lotus ແລະ Makro ໃຫ້ຄວາມສົນໃຈເຂົ້າມາເປີດສາຂາທີ່ນະຄອນຫຼວງວຽງຈັນ ເປັນອັນດັບທຳອິດເຊັ່ນດຽວກັບສູນການຄ້າໃຫຍ່ຂອງໄທໃຫ້ຄວາມສົນໃຈໄປເປີດກັບຫຼາຍປະເທດ ແຕ່ເນື່ອງຈາກໃນແງ່ຂອງກົດໝາຍຕ້ອງໄດ້ປັບປຸງຫຼາຍຢ່າງເພື່ອໃຫ້ເໝາະສົມກັບເສດຖະກິດ ມາເຖິງເວລານີ້ລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງຄວນພິຈາລະນາຄົ້ນຄວ້າເພື່ອແກ້ໄຂການຮົ່ວໄຫຼຂອງເງິນຕາໄລຍະຍາວ ແລະ ວິທີການປົກປ້ອງຜົນປະໂຫຍດຂອງຜູ້ຜະລິດພາຍໃນ ນັບແຕ່ ຄວາມແຕກໂຕນຂອງລາຄາສິນຄ້າ, ສິ່ງອຳນວຍຄວາມສະດວກຕ່າງໆ ປັດໄຈພາຍໃນ ແລະ ປັດໄຈພາຍນອກທີ່ເປັນແຮງດຶງດູດ ທ່ານ ນາງ ວາລີ ເວດສະພົງ ກ່າວ.
ທ່ານ ປອ. ອານຸພາບ ຕຸນາລົມ ອະດີດຮອງເຈົ້າຄອງນະຄອນຫຼວງວຽງຈັນ ກ່າວ 5 ປີຫຼັງ ປັດຈຸບັນປະທານສານປະຊາຊົນ ນະຄອນຫຼວງວຽງຈັນ ໂດຍໃຫ້ທັດສະນະວ່າ: ຕ້ອງໃຫ້ເວລາສູນການຄ້າທີ່ອະນຸມັດກໍ່ສ້າງແລ້ວໄດ້ມີການພັດທະນາໃນເຕັມຮູບແບບ ນັບແລ້ວກໍ່ປະມານ 20 ກວ່າແຫ່ງ ທັງສ້າງແລ້ວ ແລະ ກຳລັງກໍ່ສ້າງ ສິ່ງທີ່ສູນການຄ້າສ້າງກ່ອນຈະເສຍປຽບຄືການສ້າງນ້ອຍເກີນໄປ, ນັກລົງທຶນທີ່ເຂົ້າມາຕາມຫຼັງຈະເລັງສ້າງໃຫຍ່ກວ່າສູງກວ່າເພື່ອວາງຂາຍສິນຄ້າໄດ້ຫຼາຍ ອຳນວຍ ຄວາມສະດວກແກ່ລູກຄ້າເຂົ້າໄປໃນແຫ່ງດຽວສາມາດຊື້ໄດ້ຄົບທຸກຢ່າງເຊັ່ນດຽວກັບສູນການຄ້າໃຫຍ່ໃນປະເທດກຳລັງພັດທະນາ ແລະ ພັດທະນາແລ້ວປະຕິບັດກັນ.
No comments:
Post a Comment