Monday, 17 September 2018

ທ່ານ ມູນ ກັບທ່ານ ກິມ ກຽມຈັດກອງປະຊຸມ ສຸດຍອດລະຫວ່າງ ສອງເກົາຫຼີ ຄັ້ງທີສາມ

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ຈະເດີນທາງໄປນະຄອນຫຼວງ ພຽງຢາງ
ໃນວັນອັງຄານມື້ອື່ນນີ້ ພ້ອມກັບຄະນະຜູ້ແທນເກືອບ 200 ຄົນ, ລວມທັງບັນດາຜູ້ນຳ
ຈາກພວກບໍລິສັດທີ່ໃຫຍ່ທີ່ສຸດບາງແຫ່ງຂອງປະເທດ, ສຳລັບກອງປະຊຸມສຸດຍອດຄັ້ງ
ທີສາມ ກັບຜູ້ນຳ ເກົາຫຼີເເໜືອ ທ່ານ ກິມ ຈອງ ອຶນ.
ການປະຊຸມຈະບໍ່ເພັ່ງເລັງໃສ່ບັນຫາທີ່ກ່ຽວຂ້ອງກັບ ການປົດອາວຸດນິວເຄລຍ ແລະ
ການປັບປຸງສາຍພົວພັນລະຫວ່າງ ສອງເກົາຫຼີ ເທົ່ານັ້ນ, ແຕ່ຍັງຈະເປັນເວທີ ເພື່ອພິຈາ
ລະນາວ່າ ທ່ານ ມູນ ຈະຍຶດໝັ້ນບົດບາດຂອງທ່ານ ເປັນຜູ້ອຳນວຍຄວາມສະດວກລະ
ຫວ່າງ ພຽງຢາງ ກັບ ວໍຊິງຕັນ ໄດ້ຫຼືບໍ່.
ຄວາມສົງໄສ ກ່ຽວກັບ ວ່າຜູ້ນຳ ເກົາຫຼີເໜືອ ຈະຈິງຈັງ ກັບການປົດອາວຸດນິວເຄລຍນັ້ນ
ແມ່ນຍັງຄົງມີຢູ່. ນັກວິຊາການວິໄຈຢ້ຽມຢາມ ທີ່ສະຖາບັນເອເຊຍ ສຳລັບການສຶກສາ
ນະໂຍບາຍ ທ່ານ ຈີອອນ ຊອງ ວຸນ ໄດ້ກ່າວຕໍ່ວີໂອເອວ່າ “ມັນບໍ່ເປັນທີ່ຊັດເຈນວ່າ ທ່ານ
ກິມ ຈອງ ອຶນ ກັບ ລະບອບການປົກຄອງ ເກົາຫຼີເໜືອ ຈະຍິນດີຍົກເລີກອາວຸດນິວເຄລຍ
ແລະ ໂຄງການຕ່າງໆນັ້ນຫຼືບໍ່.
ບັນດາເຈົ້າໜ້າທີ່ລັດຖະບານ ໂຊລ ກ່າວວ່າ ຈຸດເພັ່ງເລັງເບື້ອງຕົ້ນຂອງທ່ານ ມູນ ໃນ
ກອງປະຊຸມສຸດຍອດແມ່ນ ເພື່ອປັບປຸງ ແລະ ພັດທະນາສາຍພົວພັນລະຫວ່າງ ສອງເກົາ
ຫຼີ. ເຂົາເຈົ້າຄາດວ່າ ທ່ານ ມູນ ກັບ ທ່ານ ກິມ ຈະເຮັດວຽກນຳກັນ ເພື່ອປະຕິບັດລາຍ
ການຕ່າງໆ ຢູ່ໃນຖະແຫຼງການ ປັນມຸນຈອມ ວັນທີ 27 ເມສານັ້ນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...