Monday, 17 September 2018
ປະທານສະພາແຫ່ງຊາດ ຢ້ຽມຢາມສັນຖະວະໄມຕີ ສ ຮົງກາຣີ ຢ່າງເປັນທາງການ
ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ໂກເວີ ລາຊໂລ ປະທານສະພາແຫ່ງຊາດ ສາທາລະນະລັດ ຮົງກາຣີ ໃນລະຫວ່າງ ວັນທີ 16-19 ກັນຍາ 2018, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ດໍາເນີນການຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ຮົງກາຣີ ຢ່າງເປັນທາງການ, ເຊິ່ງໃນຕອນເຊົ້າວັນທີ 17 ກັນຍາ 2018 ໄດ້ມີການພົບປະສອງຝ່າຍ ເພື່ອປຶກສາຫາລື ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ ກໍຄື ສອງສະພາແຫ່ງຊາດ ສປປ ລາວ ແລະ ສ ຮົງກາຣີ ໃຫ້ມີບາດກ້າວໃໝ່, ເກີດດອກອອກຜົນງອກງາມຍິ່ງຂຶ້ນ.
ໃນການພົບປະຄັ້ງນີ້, ໄດ້ມີການຕີລາຄາຄືນການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ, ຕະຫລອດຮອດຄະນະຜູ້ແທນລະດັບຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ. ສອງຝ່າຍເຫັນວ່າ ຕະຫລອດໄລຍະຜ່ານມາການຮ່ວມມືຂອງສອງປະເທດ ແມ່ນໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ, ຂະແໜງການຈໍານວນໜຶ່ງຂອງລາວ ແລະ ຮົງກາຣີ ກໍ່ໄດ້ມີການເຊັນສັນຍາ, ຂໍ້ຕົກລົງ ແລະ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືຫລາຍສະບັບ, ອັນພົ້ນເດັ່ນແມ່ນບົດບັນທຶກຄວາມເຂົ້າໃຈ ຂອບການຮ່ວມມືໃໝ່ຂອງສອງກະຊວງກະສິກໍາ ເພື່ອການຮ່ວມມື ແລະ ຊ່ວຍເຫລືອພັດທະນາລະບົບການຜະລິດ ແລະ ການປັບປຸງຜົນຜະລິດກະສິກໍາ ທີ່ມີຄຸນນະພາບ ແລະ ແບບຄົບວົງຈອນ. ພ້ອມດຽວກັນ, ຍັງມີສັນຍາການຮ່ວມມືດ້ານການສຶກສາ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການຄຸ້ມຄອງ ແລະ ບໍາບັດນໍ້າເປື້ອນ ຢູ່ນະຄອນຫລວງວຽງຈັນ ແລະ ອື່ນໆ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...

-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ໃນວັນທີ 12 ກໍລະກົດນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຂັ້ນສູນກາງກ່ຽວກັບການປັບປຸງ ແລະ ສ້ອມແປງ...
No comments:
Post a Comment