Monday, 17 September 2018

ຮວາງແອງຢາລາຍສືບຕໍ່ຊ່ວຍ ເຫລືອຜູ້ປະສົບໄພແຂວງອັດຕະປືຕື່ມອີກ 2 ຕື້ກີບ


ໃນວັນທີ 15 ກັນຍານີ້, ກຸ່ມບໍລິສັດຮວາງແອງຢາລາຍ ສສ ຫວຽດນາມ ໄດ້ສືບຕໍ່ໃຫ້ການຊ່ວຍເຫລືອປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເມືອງສະໜາມໄຊ ແຂວງອັດຕະປື ຕື່ມອີກ 2 ຕື້ກີບ (ປະມານ 2 ແສນກວ່າໂດລາສະຫະລັດ) ເພື່ອແບ່ງເບົາຄວາມເສຍຫາຍ ແລະ ສ້າງເງື່ອນໄຂໃຫ້ເຂົາເຈົ້າສາມາດຟື້ນຟູຊີວິດການເປັນຢູ່ຂອງຕົນດີຂຶ້ນໂດຍໄວ ເຊິ່ງເງິນຊ່ວຍເຫລືອດັ່ງກ່າວໄດ້ມອບ ໃຫ້ຜູ້ຕາງໜ້າການເງິນແຂວງໄດ້ໂອນເຂົ້າຄັງເງິນແຫ່ງຊາດປະຈຳທ້ອງຖິ່ນເປັນທີ່ຮຽບ ຮ້ອຍແລ້ວ.
ພາຍຫລັງເກີດເຫດເຂື່ອນເຊປຽນ-ເຊນ້ຳນ້ອຍລຸ ໃນທ້າຍເດືອນກໍລະກົດຜ່ານມາ, ກຸ່ມບໍລິສັດຮວາງແອງຢາລາຍກໍໄດ້ຮີບຮ້ອນນຳເອົາວັດຖຸປັດໄຈຕ່າງໆລົງຊ່ວຍເຫລືອປະຊາ ຊົນໃນເຂດເກີດເຫດດັ່ງກ່າວໄດ້ຢ່າງທັນການ ເຊິ່ງປະກອບມີເຂົ້າສານ 50 ໂຕນ, ໝີ່ສຳເລັດຮູບ 1 ແສນຫໍ່, ເຄື່ອງ ນຸ່ງຫົ່ມ 2.000 ຊຸດ, ຖົງໃຊ້ສຳລັບການແພດ ແລະ ຢາປົວພະຍາດຕ່າງໆຫລາຍຮ້ອຍຖົງ, ພ້ອມໄດ້ນຳເອົາທ່ານໝໍຈຳ ນວນ 14 ຄົນ ລົງຊ່ວຍເຫລືອການປະຕິບັດງານຂອງໂຮງໝໍແຂວງອັດຕະປື ຕື່ມອີກ.
ໄພພິບັດດັ່ງກ່າວໄດ້ສ້າງຄວາມເສຍຫາຍຢ່າງຫລວງ ຫລາຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນເມືອງສະໜາມໄຊ ແລະ ດ້ວຍການປະກອບສ່ວນຊ່ວຍເຫລືອຂອງຫລາຍພາກສ່ວນ ນັບທັງພາຍໃນ ແລະ ຮວາງແອງຢາລາຍສືບຕໍ່ໃຫ້ການຊ່ວຍເຫລືອ
ຜູ້ປະສົບໄພແຂວງອັດຕະປືຕື່ມອີກ 2 ຕື້ກີບ.
ໃນວັນທີ 15 ກັນຍານີ້, ກຸ່ມບໍລິສັດຮວາງແອງຢາລາຍ ສສ ຫວຽດນາມ ໄດ້ສືບຕໍ່ໃຫ້ການຊ່ວຍເຫລືອປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເມືອງສະໜາມໄຊ ແຂວງອັດຕະປື ຕື່ມອີກ 2 ຕື້ກີບ (ປະມານ 2 ແສນກວ່າໂດລາສະຫະລັດ) ເພື່ອແບ່ງເບົາຄວາມເສຍຫາຍ ແລະ ສ້າງເງື່ອນໄຂໃຫ້ເຂົາເຈົ້າສາມາດຟື້ນຟູຊີວິດການເປັນຢູ່ຂອງຕົນດີຂຶ້ນໂດຍໄວ ເຊິ່ງເງິນຊ່ວຍເຫລືອດັ່ງກ່າວໄດ້ມອບໃຫ້ຜູ້ຕາງໜ້າການເງິນແຂວງໄດ້ໂອນເຂົ້າຄັງເງິນແຫ່ງຊາດປະຈຳທ້ອງຖິ່ນເປັນທີ່ຮຽບຮ້ອຍແລ້ວ.
ພາຍຫລັງເກີດເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອທ້າຍເດືອນກໍລະກົດຜ່ານມາ, ກຸ່ມບໍລິສັດຮວາງແອງຢາລາຍກໍໄດ້ຮີບຮ້ອນນຳເອົາວັດຖຸປັດໄຈຕ່າງໆລົງຊ່ວຍເຫລືອປະຊາຊົນໃນເຂດເກີດເຫດດັ່ງກ່າວໄດ້ຢ່າງທັນການ ເຊິ່ງປະກອບມີເຂົ້າສານ 50 ໂຕນ, ໝີ່ສຳເລັດຮູບ 1 ແສນຫໍ່, ເຄື່ອງນຸ່ງ 2.000 ຊຸດ, ຖົງໃຊ້ສຳລັບການແພດ ແລະ ຢາປົວພະຍາດຕ່າງໆຫລາຍຮ້ອຍຖົງ, ພ້ອມໄດ້ນຳເອົາທ່ານໝໍຈຳນວນ 14 ທ່ານລົງຊ່ວຍເຫລືອການປະຕິບັດງານຂອງໂຮງໝໍແຂວງອັດຕະປືໄດ້ຢ່າງທັນການ.
ໄພພິບັດດັ່ງກ່າວໄດ້ສ້າງຄວາມເສຍຫາຍຢ່າງຫລວງຫລາຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນເມືອງສະໜາມໄຊ ແລະ ດ້ວຍການປະກອບສ່ວນຊ່ວຍເຫລືອຂອງຫລາຍພາກສ່ວນ ນັບທັງພາຍໃນ ແລະ ບັນດາປະເທດເພື່ອນມິດສາກົນອື່ນໆ ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນຜູ້ປະສົບໄພສາມາດປົວແປງຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນເປັນລຳດັບ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...