Monday, 3 September 2018
ມສ ວຽງຈັນ ຫ້າມນັກຮຽນເອົາ ສະມາດໂຟນ ມາໂຮງຮຽນ ຫຼັງຈາກປີກາຍຜົນການຮຽນບາງວິຊາຕົກຕ່ຳ
ຂປລ. ໂຮງຮຽນມັດທະຍົມສົມບູນ ວຽງຈັນ ປະກາດຫ້າມບໍ່ໃຫ້ນັກຮຽນທຸກຄົນນໍາເອົາ ສະມາດໂຟນ (Smart Phone) ມາໂຮງຮຽນນຳເດັດຂາດ, ແຕ່ຈະອະນຸຍາດໃຫ້ເອົາໂທລະສັບມືຖືລຸ້ນທຳມະດາທີ່ສາມາດຕິດຕໍ່ພົວພັນຜູ້ປົກຄອງໄດ້ມາແທນ.
ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການ ໂຮງຮຽນ ມສ ວຽງຈັນ ກ່າວໃນໂອກາດໄຂສົກຮຽນໃໝ່ ສົກປີ 2018-2019 ໃນວັນທີ 3 ກັນຍາ 2018 ນີ້ວ່າ: ພວກເຮົາຈະບໍ່ອະນຸຍາດໃຫ້ນັກຮຽນທຸກຄົນນັບຕັ້ງແຕ່ຊັ້ນ ມ1 ຮອດ ມ7 ເອົາສະມາດໂຟນມາໂຮງຮຽນນໍາ ເນື່ອງຈາກວ່າຜົນການປະເມີນຂອງສົກຮຽນທີ່ຜ່ານມາເຫັນວ່າ ນັກຮຽນມີການໃຊ້ສະມາດໂຟນຫລາຍ ຊຶ່ງເຮັດໃຫ້ຜົນການຮຽນໃນບາງວິຊາຫລຸດລົງ ແລະ ຫລຸດຄາດໝາຍ.
ສະນັ້ນ, ໃນສົກຮຽນປີນີ້ ພວກເຮົາຈະໄດ້ເຂັ້ມງວດລະບຽບນີ້ໃຫ້ໜັກແໜ້ນຂຶ້ນຕື່ມ. ຖ້າຫາກກໍລະນີ້ພົບເຫັນ ກໍຈະໄດ້ເຊີນຜູ້ປົກຄອງມາ ພ້ອມທັງໃຫ້ນັກຮຽນຂຽນໃບປະຕິຍານ, ໃບສຳຫລວດ ແລະ ປະຕິບັດຕາມລະບຽບກົດໝາຍຂອງໂຮງຮຽນຢ່າງເຂັ້ມງວດ. ໃນຂະນະດຽວກັນ, ຢູ່ໃນໂຮງຮຽນ ມສ ວຽງຈັນ ມີໂທລະສັບຕັ້ງໂຕະທີ່ນັກຮຽນສາມາດນຳໃຊ້ໄດ້ໂດຍບໍ່ໄດ້ເສຍຄ່າ ໃນການຕິດຕໍ່ພົວພັນຫາຜູ້ປົກຄອງ ແລະ ຖ້າຫາກນັກຮຽນຕ້ອງການຈະເອົາຂໍ້ມູນຕ່າງໆເພື່ອນຳໃຊ້ເຂົ້າໃນການຮຽນ ພວກເຮົາມີຫ້ອງຄອມພີວເຕີທີ່ທັນສະໄໝ ສາມາດນຳໃຊ້ອິນເຕີເນັດໄດ້ຕະຫລອດໃນໂມງຮຽນແຕ່ 07:30-16:00 ໂມງ.
ໂຮງຮຽນ ມສ ວຽງຈັນ ຍັງຈະໄດ້ເຂັ້ມງວດລະບຽບ ໃນການບໍ່ອະນຸຍາດໃຫ້ນັກຮຽນກັບບ້ານໃນຕອນພັກທ່ຽງ ໂດຍຈະໃຫ້ເອົາເຂົ້າມາກິນນຳ ເພາະວ່າໃນໄລຍະຜ່ານມາ ຍັງມີນັກຮຽນຈຳນວນໜຶ່ງທີ່ມາໂຮງຮຽນບໍ່ທັນໃນພາກແລງ. ໃນກໍລະນີນີ້, ທາງໂຮງຮຽນ ມີນ້ຳດື່ມທີ່ສະອາດ ແລະ ຕູ້ນໍ້າເຢັນໄວ້ບໍລິການຢ່າງພຽງພໍ. ສໍາລັບຜູ້ທີ່ຢູ່ໃກ້ໆໂຮງຮຽນ ຢາກຈະກັບບ້ານ ທາງໂຮງຮຽນຈະໄດ້ອອກບັດໃຫ້ໃນການເຂົ້າ-ອອກແຕ່ລະຄັ້ງ.
ນອກຈາກນັ້ນ, ໂຮງຮຽນ ມສ ວຽງຈັນ ຍັງຈະບໍ່ອະນຸຍາດໃຫ້ນັກຮຽນນຳເອົາລົດໃຫຍ່ມາໂຮງຮຽນນຳ ເພື່ອຫລີກລ່ຽງການສັນຈອນທີ່ແອອັດ ແຕ່ຈະອະນຸຍາດໃນກໍລະນີຈຳເປັນເທົ່ານັ້ນ ຄືຜູ້ປົກຄອງໄປຕ່າງແຂວງ ຫລື ຕ່າງປະເທດເທົ່ານັ້ນ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ໃນວັນທີ 12 ກໍລະກົດນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຂັ້ນສູນກາງກ່ຽວກັບການປັບປຸງ ແລະ ສ້ອມແປງ...


No comments:
Post a Comment