Wednesday, 29 August 2018
ເຂື່ອນໃນມຽນມາມີຮອຍແຕກແຫງ ລັດສັ່ງອົບພະຍົບປະຊາຊົນກ້ອງເຂື່ອນອຶກກະທຶກ
ສຳນັກຂ່າວຕ່າງປະເທດລາຍງານ 29 ສິງຫາ 2018 ວ່າ: ໜ່ວຍງານດັບເພີງຂອງມຽນມາ ໄດ້ຈັດສົ່ງເຈົ້າໜ້າທີ່ໜ່ວຍກູ້ໄພໄປຍັງເມືອງສະວາ ເພື່ອຊ່ວຍເຫຼືອປະຊາຊົນ ເນື່ອງຈາກເຂື່ອນເກັບນ້ຳແຕກແຫງ ເມື່ອເວລາ 5:30 ນາທີ ເຊົ້າວັນພຸດນີ້ ເຮັດໃຫ້ນ້ຳໃນເຂື່ອນໄຫຼເຂົ້າຖ້ວມເມືອງສະວາທີ່ຢູ່ໃກ້ຄຽງ.
ທ່ານ ຊານ ເນັງ ທູ ເຈົ້າໜ້າທີ່ໜ່ວຍງານຮັບຜິດຊອບໄພພິບັດແຫ່ງຊາດ ສາຂາທ້ອງຖິ່ນເປີດເຜີຍວ່າ ປະຊາຊົນໃນເມືອງສະວາຫຼາຍກວ່າ 5,400 ຄົນ ໄດ້ອົບພະຍົບໄປພັກອາໄສຊົ່ວຄາວທີ່ວັດ ແລະ ພື້ນທີ່ໆປອດໄພໃນເມືອງຍີດາເຊ ອີກກວ່າ 1,500 ຄົນຖືກອົບພະຍົບໄປຍັງເມືອງທາຄະຢາ ແລະ ອີກປະມານ 1,500 ຄົນຈາກຢ່າງໜ້ອຍ 4 ບ້ານໃກ້ເຂື່ອນເຈົ້າພັກອາໄສທີ່ວັດໃກ້ຄຽງ.
ເຊິ່ງມີລາຍງານເມື່ອເວລາປະມານ 14:00 ໂມງ ນ້ຳໄດ້ຢຸດໄຫຼອອກຈາກເຂື່ອນທີ່ມີຮອຍແຕກແລ້ວ ແລະ ມີນ້ຳເຫຼືອຢູ່ໃນເຂື່ອນປະມານ 1 ໃນ 3 ຂອງລະດັບປົກກະຕິ.
ໃນນຕອນເຊົ້າວັນພຸດນີ້ ເຈົ້າໜ້າທີ່ມຽນມາໄດ້ສັ່ງປິດການສັນຈອນຕາມເສັ້ນທາງຫຼວງສາຍຢ່າງກຸ້ງ-ມັນດະເລ ຊ່ວງທີ່ຜ່ານມາເມືອງສະວາ ເປັນການຊົ່ວຄາວ ເພື່ອປ້ອງກັນອັນຕະລາຍທີ່ອາດເກີດຂຶ້ນ.
ຈາກຂໍ້ມູນຂອງກະຊວງສະກິກຳ ແລະ ຊົນລະປະທານມຽນມາ ເຂື່ອນສະວາສ້າງຂຶ້ນເມື່ອປີ 2004 ສາມາດກັກເກັບນ້ຳກວ່າ 266 ລ້ານແມັດກ້ອນ ແລະ ລະບາຍນ້ຳໃຫ້ຊາວກະສິກອນໃນພື້ນທີ່ຫຼາຍກວ່າ 8,000 ເຮັກຕາ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ໃນວັນທີ 12 ກໍລະກົດນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຂັ້ນສູນກາງກ່ຽວກັບການປັບປຸງ ແລະ ສ້ອມແປງ...






No comments:
Post a Comment