ທັງນີ້ພົນເອກ ນິໂຄລສັນ ອາຍຸ 61 ປີ ຈະກັບໄປປະຈໍາການຢູທີ່ກະຊວງປ້ອງກັນປະເທດສະຫະລັດ ທີ່ອາຄານເພນຕາກອນ ໃນນະຄອນວໍຊິງຕັນ ຫຼັງດໍາລົງຕໍາແໜ່ງຜູ້ບັນຊາການຮ່ວມ ແລະ ກອງກໍາລັງສະຫະລັດ ແລະ ນາໂຕ້ ມາດົນກວ່າ 2 ປີ ແຕ່ຫາກນັບອາຍຸລັດຖະການທັງໝົດຖືວ່າ ພົົນເອກ ນິໂຄລສັນ ເປັນທະຫານອາເມຣິກາລະດັບນາຍພົນເຊິ່ງປະຕິບັດໜ້າທີ່ຢ່າງຕໍ່ເນື່ອງໃນອັຟການີສຖານຍາວນານທີ່ສຸດ,
ຂະນະທີ່ພົນໂທ ມິລເລີຣ ອາຍຸ 57 ປີ ກ່າວໃນພິທີຮັບຕໍາແໜ່ງ ວ່າພາລະກິດສໍາຄັນຂອງສູນບັນຊາການແຫ່ງນີ້ຄືດໍາເນີນການຢ່າງມຸ່ງໝັ້ນຕາມນະໂຍບາຍ ວ່າອັຟການີສຖານຈະບໍ່ເປັນ “ສະຖານທີ່ປອດໄພ” ຫຼື “ແຫຼ່ງກົບດານ” ຂອງກຸ່ມກໍ່ການຮ້າຍໄດ້ອີກຕໍ່ໄປ ຢ່າງໃດກໍ່ຕາມ ພົນໂທ ມິລເລີຣຍອມຮັບວ່າ ສົງຄາມໃນອັຟການິສຖານທີ່ຍືດເຍື້ອມາດົນກວ່າ 17 ປີແລ້ວ ຫຼື ນັບຕັ້ງແຕ່ເຫດການວິນາດສະກໍາ 9/11 ເມື່ອວັນທີ່ 11 ກັນຍາ 2001 ຍັງບໍ່ມີແນວໂນ້ມຈະແກ້ໄຂໄດ້ງ່າຍ
ການຮັບຕໍາແໜ່ງຜູ້ບັນຊາການອັຟການິສຖານຢ່າງເຕັມໂຕຂອງພົນໂທ ມິລເລີຣເກີດຂື້ນທ່າມກາງ “ຊ່ວງເວລາອັນບອບບາງ” ຂອງຄວາມສໍາພັນລະຫວ່າງອັຟການິສຖານ ແລະ ກຸ່ມຕາລີບັນເຊິ່ງເພນຕາກອນຍອມຮັບວ່າຍັງຄົງມີອິດທິພົນຢູ່ຫຼາຍ ແມ່ນວ່າພິທີສົ່ງມອບຕໍາແໜ່ງ ແລະ ຕ້ອນຮັບ ພົນໂທ ມິລເລີຣເປັນໄປຢ່າງລາບລື່ນໂດຍບໍ່ມີ “ການລົບກວນ” ຈາກກຸ່ມຫົວຮຸນແຮງກຸ່ມໃດ ແຕ່ຄວາມກັງວົນເລື່ອງການເກີດເຫດການຄວາມບໍ່ສະຫງົບມີຢູ່ທົ່ວໄປ ເນື່ອງຈາກໃກ້ເຖິງການເລືອກຕັ້ງສະມາຊິກຜູ້ແທນປະຊາຊົນໃນວັນທີ່ 20 ຕຸລານີ້ແລ້ວ



No comments:
Post a Comment