ໃນວັນທີ 10 ສິງຫາ ປີນີ້ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ພ້ອມຄະນະ ໄດ້ຢ້ຽມຢາມໂຄງການກໍ່ສ້າງ ເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງ ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ຢູ່ທີ່ຫ້ອງປະຊຸມ ບໍລິສັດ ໄຊຍະບູລີ ພາວເວີຈຳກັດ.
ກ່ອນອື່ນທີມງານຂອງ ທ່ານ ຮອງນາຍົກລັດຖະມົນຕີ ແມ່ນໄດ້ຮັບຟັງການລາຍງານຫຍໍ້ ການກໍ່ສ້າງເຂື່ອນ ຈາກທ່ານ ອານຸພາບ ວົງລະຄອນ ຮອງຜູ້ຈັດການບໍລິສັດໄຊຍະບູລີພາວເວີ ທ່ານໄດ້ກ່າວວ່າ: ການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີມາຮອດປະຈຸບັນແມ່ນມີຄວາມຄີບໜ້າແລ້ວ 96 %, ການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີໄດ້ເລີ່ມລົງມືແຕ່ປີ 2012 ແລະ ຄາດວ່າຈະໄດ້ເລີ່ມແລ່ນຈັກທົດລອງຜະລິດກະແສໄຟຟ້າໜ່ວຍທຳອິດໃນທ້າຍເດືອນ ຕຸລາ 2018 ນີ້ ແລະ ຮອດປີ 2019 ແມ່ນຈະສໍາເລັດໄດ້ ແລະ ເປີດເຄື່ອງຜະລິດໄຟຟ້າຈໍາໜ່າຍຂາຍໃຫ້ປະເທດໄທ ແລະ ຈຳນວນໜຶ່ງໃຊ້ພາຍໃນປະເທດ
ໂຄງການໄຟຟ້າພະລັງນໍ້າໄຊຍະບູລີມີລັກສະນະເປັນເຂື່ອນນໍ້າໄຫຼໂດຍສະເລ່ຍການໄຫຼຂອງນໍ້າແມ່ນ 4.000 ແມັດກ້ອນຕໍ່ວິນາທີ, ມີຄວາມສູງ 28,5 ແມັດ, ຄວາມກ້ວາງຂອງສັນເຂື່ອນ 820 ແມັດ, ມີບານປະຕູລະບາຍນໍ້າ 7 ປ່ອງ ແລະ ບານປະຕູລະບາຍຕະກອນ 4 ປ່ອງ, ມີຊ່ອງທາງເຮືອຂຶ້ຶຶຶຶຶຶນລ່ອງກວ້າງ 12 ແມັດ, ຍາວ 700 ແມັດ, ສາມາດຮັບຮອງເຮືອຂົນສົ່ງສິນຄ້າໄດ້ 500 ໂຕນ, ມີຊ່ອງທາງຂຶ້ນ-ລ່ອງຂອງປາ, ເຂື່ອນດັ່ງກ່າວມີກຳລັງຕິດຕັ້ງໄຟຟ້າທັງໝົດ 1.285 ເມກາວັດ, ມີ 8 ຊຸດ, ໃນນີ້ມີເຄື່ອງກຳເນີດໄຟຟ້າຂະໜາດ 175 ເມກາວັດ 7 ຊຸດ, ສົ່ງໄຟຟ້າຜ່ານລະບົບສາຍສົ່ງ 500 ກິໂລໂວນ ຂາຍໃຫ້ການໄຟຟ້າຜະລິດແຫ່ງປະເທດໄທ ແລະ ເຄື່ອງກຳເນີດໄຟຟ້າ 60 ເມກາວັດຈຳນວນ 1 ຊຸດແມ່ນຈະໄດ້ສົ່ງຜ່ານສາຍສົ່ງ 115 ກິໂລໂວນ ເພື່ອຮັບໃຊ້ໃນ ສປປລາວ. ລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ໂດລາສະຫະລັດ
ໂອກາດດັ່ງ ທ່ານ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບໍລິສັດຜູ້ຮັບເໝົາກໍ່ສ້າງ ຈົ່ງເອົາໃຈໃສ່ໃນການແກ້ໄຂບັນຫາຂໍ້ຂ້ອງໃຈຂອງປະຊາຊົນ ເພື່ອສ້າງຄວາມໝັ້ນໃຈໃຫ້ປະຊາຊົນຜູ້ຖຶກຜົນກະທົບ ກໍ່ຄືສ້າງຄວາມໝັ້ນໃຈໃຫ້ກຸ່ມຄົນທີ່ອາໄສຢູ່ລຽບສອງຝັ່ງແມ່ນໍ້າຂອງ ລວມທັງບັນດາປະເທດລຸ່ມແມ່ນໍ້າຂອງ, ເອົາໃຈໃສ່ດ້ານເຕັກນິກ ແລະ ມາດຕະການ ຮັບປະກັນເລື່ອງຄວາມປອດໄພຂອງຄົນງານ ແລະ ເປັນມິດກັບສິ່ງແວດລ້ອມ, ສືບຕໍ່ເບິ່ງແຍງຜູ້ຖຶກຜົນກະທົບ, ເຮັດໃຫ້ເຂົາເຈົ້າມີຊີວິດການເປັນຢູ່ດີຂຶ້ນ, ເຮັດທຸກສິ່ງເພື່ອໃຫ້ຖຶກກັບຈິດໃຈຂອງປະຊາຊົນ, ເປັນຕົ້ນແມ່ນສ້າງວຽກເຮັດງານທຳ, ຫາອາຊີບທີ່ໝັ້ນທ່ຽງ ແລະ ມີຄວາມປອດໄພສູງ, ເອົາໃຈໃສ່ໃນການບໍລິຫານນໍ້າໃຫ້ສະໝໍ່າສະເໝີ, ຕ້ອງມີການແຈ້ງເຕືອນປະຊາຊົນລ່ວງໜ້າເມື່ອມີການເປີດ-ປິດນໍ້າ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...





No comments:
Post a Comment