Friday, 10 August 2018

ເຢເມນປະຫານໂຫດ 3 ນັກໂທດຂົ່ມຂືນ-ຂ້າ ເດັກຊາຍ

ເມື່ອວັນທີ່ 9 ສິງຫາ 2018 ເວັບໄຊ ເດະ ຊັນ ລາຍງານ ແລະເຜີຍແຜ່ຮູບພາບທາງການເຢເມນດຳເນີນການປະຫານຊີວິດ 3 ນັກໂທດຮ່ວມກັນກໍ່ຄະດີຂົ່ມຂືນ ແລະຄາດຕະກຳເດັກຊາຍອາຍຸ 10 ປີ ທີ່ບໍລິເວນຈະຕຸລັດໃນນະຄອນຊານາ ໂດຍໃຫ້ຕຳຫຼວດທ່ານຫນື່ງເຮັດຫນ້າທີ່ເພັດຊະຄາດລົງມືຍິງຈົນເສຍຊີວິດ ກ່ອນທີ່ຈະໃຊ້ລົດເຄນຍົກຮ່າງໄຮ້ວິນຍານຂອງນັກໂທດທັງ 3 ຫ້ອຍຢູ່ກາງອາກາດ ເພື່ອຫວັງໃຫ້ຝູງຊົນໄດ້ເຫັນກັນຊັດເຈນ

ຂ່າວແຈ້ງວ່າ ນັກໂທດທັງ 3 ຖືກສານເຢເມນຕັດສິນປະຫານຊີວິດ ຫຼັງຈາກຖືກຈັບກຸມ ແລະດຳເນີນຄະດີກໍ່ເຫດຂົ່ມຂືນ-ຂ້າເດັກຊາຍເຄາະຮ້າຍ ໂມສາດ ຊາເລ ໂມທານາ ອາຍຸ 10 ປີ ຢ່າງໂຫດຫ້ຽມ ໂດຍນັກໂທດທັງ 3 ຖືກເຈົ້າຫນ້າທີ່ໃຫ້ໃສ່ຊຸດນັກໂທດສີຟ້າຈັບມືໄຂ່ວຫຼັງ ແລະນອນກົ້ມຫນ້າຢູ່ເທີງຜ້າຫົ່ມ ຈາກນັ້ນຕຳຫຼວດຈື່ງໄດ້ລັ່ນໄກປືນ 5 ນັດ ຍິງໃສ່ນັກໂທດເທື່ອລະຄົນ ຈາກດ້ານຫຼັງ ຈົນເສຍຊີວິດ ກ່ອນທີ່ຈະໃຊ້ລົດເຄນຍົກຮ່າງໄຮ້ລົມຫາຍໃຈຂອງນັກໂທດທັງ 3 ທີ່ຜູກຕິດກັບເຊືອກ ຈົນສ້າງຄວາມສະເທືອນຂວັນແກ່ຜູ້ຄົນຢ່າງຍິ່ງ


ທັງນີ້ ນັກໂທດຊາຍອາຍຸ 22 ປີ ຮຸນເຊນ ອັລ-ຊາເກ໊ຕ ທີ່ກໍ່ເຫດໃນຄະດີຂົ່ມຂືນ ແລະຂ້າເດັກຍິງອາຍຸ 4 ປີເມື່ອປີ 2014 ໄດ້ຖືກທາງການເຢເມນລົງໂທດປະຫານຊີວິດດ້ວຍວິທີດຽວກັນນີ້ມາແລ້ວກ່ອນຫນ້າ



No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...