Friday, 10 August 2018

ເຂື່ອນໄຟຟ້ານໍ້າງື່ມ 1 ຈະປ່ອຍນໍ້າເພື່ອລະບາຍນ້ຳອອກຈາກອ່າງໃນວັນທີ 12/8/2018

ບໍລິສັດ​ຜະລິດ​ໄຟຟ້າລາວ ມະຫາຊົນ ​ໄດ້​ອອກແຈ້ງ​ການເມື່ອວານນີ້ (9 ສິງຫາ 2018) ລະບຸ​ວ່າ: ​ເຂື່ອນ​ໄຟຟ້າ​ນໍ້າ​ງື່ມ 1 ຈະ​ໄດ້​​ເປີດປະຕູ​ນໍ້າ​ລົ້ນ ​ເພື່ອ​ລະບາຍ​ນໍ້າ​ອອກ​ຈາກ​ອ່າງ ​ເລີ່​ມ​ແຕ່​ວັນ​ທີ 12 ສິງຫາ 2018 ​ເວລາ ປະມານ 09:00 ​ໂມງ ຕອນ​ເຊົ້າ​ເປັນ​ຕົ້ນ​ໄປ, ​ເຊິ່ງຈະ​ໄດ້​ເປີດ​ປະຕູ​ນໍ້າ ຈຳນວນ 4 ບານ, ລວງ​ສູງ​ເປີດ 40 ຊັງ​ຕີ​ແມັດ ​ແລະ ຈະ​ມີ​ປະລິມານ​ນໍ້າ​ໄຫຼ​ຜ່ານ​ມາ​ປະຕູ​ນໍ້າ​ລົ້ນ ທັງ​ໝົດສະ​ເ​ລ່ຍ 148,449 ​ແມັດ​ກ້ອນ/ວິ​ນາທີ.
ເຊິ່ງການລະບາຍນໍ້າອອກໃນຄັ້ງນີ້ຈະ​ເຮັດ​ໃຫ້​ລະດັບ​ນໍ້າ​ທ້າຍ​ເ​ຂື່​ອນ ​ແລະ ຕາມ​ລຳ​ນໍ້າ​ງື່ມ​ເພີ່ມ​ຂຶ້ນ​ປະມານ 5-10 ຊັງ​ຕີ​ແມັດ, ຈະ​ບໍ່​ສົ່ງ​ຜົນ​ກະທົບ​ໃດໆ​ຕໍ່​ ພໍ່-​ແມ່​ປະຊາຊົນ​ທີ່​ອາ​ໄສ​ຢູ່​ຕາມ​ລ້ອງ​ແມ່​ນໍ້າ​ງື່ມ, ​ເນື່ອງ​ຈາກ​ວ່າ​ຍັງ​ເປັນ​ຊ່ວງ​ຕົ້ນ​ລະດູຝົນ ຄາດ​ວ່າ​ຈະ​ຍັງ​ມີ​ພາຍຸ ​ແລະ ຝົນຕົກ​ໜັກ​ໃນ​ຊ່ວງ​ເດືອນສິງຫາ ຫາ ​ເດືອນ ກັນຍາ 2018 ນີ້.
ພ້ອມກັນນີ້ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ ຍັງໄດ້​ສະ​ເໜີ​ມາ​ຍັງ​ພາກສ່ວນ​ທີ່​ກ່ຽວຂ້ອງ​ບັນດາ​ເມືອງ, ບ້ານ ​ແລະ ປະຊາຊົນ​ທີ່ຢູ່​ອາ​​ໃສ່​ຕາມ​ແຄມ​ນໍ້າ​ງື່ມ ທີ່​ເຮັດ​ທຸລະ​ກິດ, ທຳ​ການຜະລິດ ​ແລະ ກິດຈະກຳ​ອື່ນໆ​ຢູ່​ພື້ນ​ທີ່​ຮາບ​ຕໍ່າ​ທີ່​ນໍ້າ​ອາດ​ຈະ​ຖ້ວມ ໃຫ້​ເອົາ​ໃຈ​ໃສ່​ເກັບ​ມ້ຽນ​ຮັກສາ ​ແລະ ຄຸ້ມ​ຄອງ​ເຮືອ, ​ແພ​ຊົນລະປະທານ, ​ເຮືອ​ແພ​ຮ້ານ​ອາຫານ, ກະຊັງ​ປາ, ສັດລ້ຽງ, ວັດຖຸ​ສິ່ງ​ຂອງ ​ແລະ ອື່ນໆ​ໃຫ້​ມີ​ຄວາມ​ປອດ​ໄພ​ດ້ວຍ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...