ລາຄາການຂົນສົ່ງສິນຄ້າພາຍໃນ ແລະ ຕ່າງປະເທດມູນຄ່າສູງ ເປັນອຸປະສັກທີ່ສຳຄັນກະທົບຕໍ່ທຸກຂະແໜງ ການທີ່ດຳເນີນທຸລະກິດໃນ ສປປ ລາວ ພ້ອມທັງເປັນປັດໄຈທີ່ສຳຄັນໃນການດຶງດູດການລົງທຶນຈາກຕ່າງປະເທດເນື່ອງຈາກວ່າຄ່າຂົນສົ່ງມີຜົນກະທົບໂດຍກົງຕໍ່ລາຄາສິນຄ້າ ແລະ ຕົ້ນທຶນການຜະລິດ.
ທ່ານ Yoshihiro Kinnoshita ຕາງໜ້າສະພາການຄ້າຍີ່ປຸ່ນປະຈຳລາວ ໄດ້ມີຄຳເຫັນກ່ຽວກັບບັນຫາການອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງໃນ ສປປ ລາວ ຕໍ່ກອງປະຊຸມທຸລະກິດລາວ ຄັ້ງທີ 11 ວ່າ: ປັດໄຈທີ່ເຮັດໃຫ້ລາຄາຂົນສົ່ງຂອງ ສປປ ລາວ ມູນຄ່າສູງກວ່າປະເທດເພື່ອນບ້ານ ຍ້ອນຄວາມບໍ່ດຸ່ນດ່ຽງຂອງການຄ້າ ແລະ ຄ່າໃຊ້ຈ່າຍທີ່ຕິດພັນກັບການແຈ້ງເອກະສານທີ່ສູງ ຕົວຢ່າງ ອີງຕາມຜົນການສຳຫຼວດຂອງອົງການ JETRO ໃນປີ 2016 ຊີ້ໃຫ້ເຫັນວ່າ: ຄ່າໃຊ້ຈ່າຍໃນການແຈ້ງເອກະສານຕ່າງໆໃນດ່ານ ສປປ ລາວ ແລະ ດ່ານປະເທດໄທ ຜ່ານຂົວມິດຕະພາບ 1 ແມ່ນຖືກປະເມີນກວມເອົາເກືອບ 40% ຂອງມູນຄ່າຂົນສົ່ງທັງໝົດຈາກນະ ຄອນຫຼວງວຽງຈັນໄປຫາບາງກອກ ໃນນີ້ ຄ່າໃຊ້ຈ່າຍໃນການແຈ້ງພາສີຢູ່ດ່ານ ສປປ ລາວ ແມ່ນສູງກວ່າຢູ່ດ່ານໄທເຖິງ 1,5 ເທົ່າ ແລະ ຄ່າແຈ້ງຕູ້ຄອນເທນເນີ້ຢູ່ດ່ານ ສປປ ລາວ ແມ່ນສູງກວ່າຢູ່ດ່ານໄທ ເຖິງສາມເທົ່າ ນອກນີ້ ຜ່ານມາກໍ່ຍັງມີການຕັ້ງດ່ານກວດກາຕາມເສັ້ນທາງສາຍສຳຄັນພາຍໃນປະເທດ ເຊິ່ງເປັນການສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ປະກອບການໃນການດຳເນີນການຂົນສົ່ງ ພ້ອມນັ້ນ ຂໍ້ຫຍຸ້ງຍາກຂອງຂັ້ນຕອນການຂໍອະນຸຍາດຂົນສົ່ງສິນຄ້າຜ່ານແດນທີ່ກຳນົດໂດຍກົມພາສີ ແລະ ການຈຳກັດດ່ານພາສີສາກົນທີ່ສາມາດຂົນສົ່ງປະຕິບັດໃນປັດຈຸບັນເຫັນວ່າເປັນການຈຳກັດຂີດຄວາມສາມາດຂອງ ສປປ ລາວ ໃນການຍາດແຍ່ງສິນຄ້າຜ່ານແດນຂອງຕົນ ເນື່ອງຈາກຄູ່ແຂ່ງທີ່ແທ້ຈິງໃນການຂົນສົ່ງສິນຄ້າທາງບົກຂອງ ສປປ ລາວ ແມ່ນການຂົນສົ່ງສິນຄ້າຜ່ານແດນທາງເຮືອ ແລະ ທາງອາກາດ ທີ່ບໍ່ຜ່ານ ສປປ ລາວ ໝາຍຄວາມວ່າ ການຂົນສົ່ງສິນຄ້າທາງບົກຜ່ານ ສປປ ລາວ ເປັນພຽງໜຶ່ງທາງເລືອກຂອງເຈົ້າຂອງສິນຄ້າເທົ່ານັ້ນ ເຊິ່ງຂໍ້ຫຍຸ້ງຍາກຂອງຂັ້ນຕອນການຂໍອະນຸຍາດຂົນສົ່ງສິນຄ້າຜ່ານແດນ ແລະ ການຈຳກັດດ່ານພາສີສາກົນທີ່ສາມາດຂົນສົ່ງ ນອກຈາກຈະເຮັດໃຫ້ຄ່າບໍລິການຂົນສົ່ງຜ່ານແດນ ສປປ ລາວ ສູງແລ້ວ ຍັງບໍ່ເປັນການສະໜັບສະໜູນຍຸດທະສາດຂອງລັດຖະບານໃນການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດເຊື່ອມຕໍ່.
ເພື່ອແກ້ໄຂສິ່ງທີ່ກ່າວມານັ້ນ ຜູ້ຕາງໜ້າສະພາການຄ້າຍີ່ປຸ່ນປະຈຳລາວ ໄດ້ສະເໜີໃຫ້ກົມພາສີອອກນິຕິກຳກ່ຽວກັບຂັ້ນຕອນການຂົນສົ່ງສິນຄ້າຜ່ານແດນໃຫ້ເປັນມາດຕະຖານ ແລະ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ ໃນນີ້ ບໍ່ຄວນກຳນົດໃຫ້ມີຂອດການຂໍອະນຸຍາດລາຍການຂົນສົ່ງສິນຄ້າຜ່ານແດນ ສຳລັບສິນຄ້າທົ່ວໄປທີ່ບໍ່ແມ່ນສິນຄ້າທີ່ລັດຖະບານຄຸ້ມຄອງ ຫຼື ສິນຄ້າເກືອດຫ້າມ ດັ່ງທີ່ປະຕິບັດຢູ່ປັດຈຸບັນ ໃຫ້ມີການລະບຸລາຍການສິນຄ້າທີ່ສະຫງວນ ເພື່ອເກັບລາຍຮັບຂອງລັດຖະບານທີ່ຊັດເຈນ.

No comments:
Post a Comment