ໄວອີຫຼີ ທີມຊາດລາວ ສົ່ງສານຮຽກ ສຸູກອາພອນ ວົງຈຽງຄໍາ ຫຼື ເມສຊີ ກັບມາເກັບຕົວກັບ ທີມຊາດລາວ ກຽມພ້ອມອຸ່ນເຄື່ອງກັບ ສະຫະລັດອາຣັດ ເອເມເຣດ ໃນວັນທີ 11 ກັນຍາ 2018 ພາຍຫຼັງທີ່ ລາວກັບຄືນມາເປັນນັກເຕະຢ່າງເຕັມຕົວ
ກ່ອນໜ້ານີ້ ສຸກອາພອນ
ວົງຈຽງຄໍາ ກອງໜ້າຄົນເກັ່ງຂອງລາວ ສາຍາ ເມສຊີລາວ ຫັນຕົວໄປເປັນຄູຝຶກໃຫ້ກັບ ເອັສຣາ
ເກືອບ 1 ປີເຮັດໃຫ້ຫ່າງກາຍຈາກການເປັນນັກເຕະໄປເກືອບປີ ແລະ
ບໍ່ໄດ້ຮັບໃຊ້ທີມຊາດອີກດ້ວຍ ຈົນກະທັ້ງຫຼ້າສຸດ ຕົກລົງປົງໃຈຝາກອະນາຄົດໄວ້ກັບ ສີສະເກດ
ເອັຟຊີ ລຸຍບານເຕະ ໄທລີກ 2 ຢ່າງເປັນທາງການ ໃນວັນທີ 21 ມິຖຸນາ 2018 ຕາມການຢືນຢັນຂອງສະໂມສອນດັ່ງກ່າວ.
ຟອມຫຼ້າສຸດຂອງ
ສຸກອາພອນ ວົງຈຽງຄໍາ ລົງຫຼິ້ນໃຫ້ກັບ ສີສະເກດ ເອັຟຊີ ສາມາດພາທີມບຽດເອົາ ຂອນແກ່ນ
ເອັຟຊີ 2-1 ໃນລາຍການ M-150 ແຊັມປ້ຽນຊິບ 2018 ທີ່ປະເທດໄທ ແລະ
ໄດ້ຮັບລາງວັນນັກເຕະດີເດັ່ນປະຈໍານັດດັ່ງກ່າວ ພ້ອມທັງເຮັດໃຫ້ ສຸກພາພອນ ພາ ສີສະເກດ
ຊະນະ 2 ນັດລວດ ເພາະກ່ອນໜ້ານີ້ພາທີມຊະນະ ແພຣ່ ຢູໄນເຕັົດ 2-0, ໂດຍນັດຕໍ່ໄປ ສູກອາພອນ ຈະນໍາທີມບຸກໄປຢາມ ຄຣາດ ເອັຟຊີ ໃນວັນເສົາທີ 14 ກໍລະກົດ 2018, ຖ້າມີການເຄຶື່ອນໄຫວ ແອັດມິນນົກ ຂາປະຈໍາລາວອັບເດດ
ຈະລາຍງານໃຫ້ຊາບເພີ່ມເຕີມ.
ຈາກຜົນດັ່ງກ່າວ
ຫຼ້າສຸດອີກມີຂ່າວວ່າ: ທີມຊາດລາວ ຮຽກຕົວ ສຸກອາພອນ ຄືນທີມຊາດ, ໂດຍ ແອັດມິນນົກ
ຂາປະຈໍາລາວອັບເດດ ຕິດຕໍ່ຫາເມສຊີລາວ ໄດ້ບອກວ່າ: ແມ່ນຄວນຈິງທີ່ ທີມຊາດລາວຮຽກໄປຊ້ອມ
ແນ່ນອນຈະເຮັດໃຫ້ເຕັມທີ່, ສ່ວນເລື່ອງອື່ນເອົາໄວ້ກ່ອນ ເລັ່ງຊ່ວຍທີມຊາດລາວ.
ສໍາລັບອາພອນ
ເລີ່ມອາຊີບນັກເຕະກັບສະໂມສອນ ເອສຣາ ເມື່ອປີ 2003 ເຊິ່ງເປັນຊຸດທໍາອິດຂອງສະໂມສອນດັ່ງກ່າວ
ກ່ອນຍ້າຍໄປຫຼິ້ນໃຫ້ກັບ ກະບີ່ ສະໂມສອນໃນດິວິຊັນ 1 ຂອງ ປະເທດໄທ ເມື່ອປີ 2011-2012, ຕໍ່ດ້ວຍ ພິດສະນຸໂລກ ໃນລີກ 1 ຂອງປະເທດໄທເຄິ່ງລະດູການ ເມື່ອປີ 2013 ແລະ ສຸດທ້າຍກໍ່ຍ້າຍໄປຢູ່ ສະຣະບູລີ ເມື່ອປີ 2014 ດ້ວຍການເປັນສ່ວນໜຶ່ງພາທີມເລື່ອນ
ຂຶ້ນຊັ້ນສູ່ ໄທລີກ
ກ່ອນຈະຫວນຄືນມາສູ່ວົງການບານເຕະລາວຮ່ວມກັບ ລ້ານຊ້າງ
ຢູໄນເຕັດ ເມື່ອປີ 2015, ຕໍ່ດ້ວຍການກັບມາຮັ່ງເກົ່າຢ່າງ ເອັສຣາ ລຸຍລາວພຣີເມຍລີກ 2016 ໃນຖານະເປັນຄູຝຶກ
ແລະ ນັກເຕະ ຫຼັງຈາກໄດ້ຈົບການຮຽນຄູຝຶກ C ລາຍເຊັນ
ກ່ອນກັບໄປຊ່ວຍ ລ້ານຊ້າງ ຢູໄນເຕັດ ອີກຄັ້ງ ເມື່ອທ້າຍປີ 2016 ພາທີມຄວ້າແຊັມລາວພຣີເມຍລີກ
ແລະ 2017 ຫຼິ້ນໃຫ້ກັບ ວຽງຈັນ ຢູໄນເຕັດ.










No comments:
Post a Comment