Tuesday, 17 July 2018

ທຣັມກັບຄຳ! ອ້າງເວົ້າຜິດ ທີ່ບອກວ່າ ຣັດເຊຍບໍ່ໄດ້ແຊກແຊງເລືອກຕັ້ງປະທານາທິບໍດີ

ສຳນັກຂ່າວຕ່າງປະເທດລາຍງານວ່າ ປະທານາທິບໍດີໂດນັລ ທຣັມ ແຫ່ງອາເມລິກາ ກັບຄຳເວົ້າຂອງໂຕເອງອີກຄັ້ງໃນວັນອັງຄານທີ່ 17 ກໍລະກົດ ໂດຍລະບຸວ່າ ເຂົາເຊື່ອວ່າຣັດເຊຍແຊກແຊງການເລືອກຕັ້ງປະທານາທິບໍດີເມື່ອປີ 2016 ຕາມຂໍ້ສະຫຼຸບຂອງສຳນັກງານຂ່າວກອງ ທັງທີ່ 1 ວັນກ່ອນຫນ້ານີ້ ທ່ານຫາກໍ່ປະກາດຫຼັງການປະຊຸມສຸດຍອດກັບທ່ານວາລາດີເມຍ ປູຕິນ ວ່າຣັດເຊຍບໍ່ໄດ້ແຊກແຊງເລືອກຕັ້ງ
ເມື່ອວັນທີ່ 16 ກໍລະກົດ ທ່ານທຣັມເຂົ້າປະຊຸມສຸດຍອດໂຕຕໍ່ໂຕກັບປະທານາທິບໍດີ ວາລາດີເມຍ ປູຕິນ ເປັນຄັ້ງທຳອິດທີ່ນະຄອນເຮລຊິງກິ ປະເທດຟິນແລນ ໂດຍບັນຍາກາດຫຼັງການປະຊຸມເປັນໄປຢ່າງລາບລື່ນ ທັງຜູ້ນຳອາເມລິກາ ແລະຣັດເຊຍ ຕ່າງລະບຸວ່າການໂອ້ລົມຄັ້ງນີ້ເປັນກ້າວທຳອິດເພື່ອນຳໄປສູ່ອານາຄົດທີ່ດີກວ່າ
ຢ່າງໃດກໍ່ຕາມ ພໍທ່ານທຣັມຖືກຖາມເລື່ອງການແຊກແຊງເລືອກຕັ້ງຂອງຣັດເຊຍທ່ານກໍ່ກ່າວວ່າ “ຄົນຂອງຂ້ອຍມາຫາຂ້ອຍພວກເຂົາຄິດວ່າ (ຜູ້ທີ່ແຊກແຊງການເລືອກຕັ້ງ) ເປັນຣັດເຊຍ ຂ້ອຍພົບປະທານາທິບໍດີປູຕິນ ທ່ານເວົ້າພຽງວ່າບໍ່ແມ່ນຣັດເຊຍ ຂ້ອຍຈິ່ງຂໍເວົ້າແບບນີ້ ຂ້ອຍບໍ່ເຫັນເຫດຫັຍງທີ່ຈະເປັນຣັດເຊຍ”
ຄຳເວົ້າຂອງທ່ານທຣັມເຮັດໃຫ້ຝ່າຍພັກເດໂມແຄຣດ ແລະຣີພັບລີກັນ ຊື່ງເປັນຕົ້ນສັງກັດຂອງທ່ານອອກມາຮຽກຮ້ອງໃຫ້ທ່ານທຣັມຢືນຢັນຈຸດຢືນຂອງໂຕເອງ ເນື່ອງຈາກບໍ່ພໍໃຈທີ່ທ່ານເລືອກເຂົ້າຂ້າງຣັດເຊຍຫຼາຍກວ່າຫນ່ວຍງານຂ່າວກອງຂອງປະເທດໂຕເອງ ແມ່ນແຕ່ນິວ ກິງຣິຊ ທີ່ຖືກເບີ່ງວ່າເປັນຜູ້ສະໝັບສະໝູນທ່ານທຣັມທີ່ສຸດເຖີງກັບເອີຍປາກວ່າ ຄຳເວົ້າດັ່ງກ່າວເປັນຄວາມຜິດພາດຮ້າຍແຮງທີ່ສຸດໃນຊ່ວງທີ່ທ່ານທຣັມດຳລົງຕຳແຫນ່ງປະທານາທິບໍດີ
ລ່າສຸດປະທານາທິບໍດີອາເມລິກາ ອອກມາຢືນຢັນວ່າ ເຂົາເຊື່ອຫມັ້ນ ແລະສະຫນັບສະຫນູນສຳນັກງານຂ່າວກອງອາເມລິກາ ຢ່າງເຕັມທີ່ ແລະກ່າວວ່າທ່ານເວົ້າຜິດ ຕອນທີ່ຖະແຫຼງການຮ່ວມກັບທ່ານປູຕິນ “ໃນຄຳເວົ້າສຳຄັນຂອງຂ້ອຍນັ້ນ ຂ້ອຍເວົ້າວ່າ “ເປັນ” ແທນທີ່ຈະເປັນຄຳວ່າ “ບໍ່ເປັນ” ປະໂຫຍກນັ້ນຄວນເປັນແບບນີ້ ຂ້ອຍບໍ່ເຫັນເຫດຜົນຫຍັງທີ່ຈະບໍ່ເປັນຣັດເຊຍ”
ຢ່າງໃດກໍ່ຕາມ ທ່ານທຣັມ ກ່າວອີກວ່າ ການແຊກແຊງທີ່ເກີດຂື້ນບໍ່ສົ່ງຜົນກະທົບຕໍ່ການເລືອກຕັ້ງ ແຕ່ເຂົາບໍ່ຍອມຕອບເມື່ອນັກຂ່າວຖາມວ່າ ເຂົາຈະປະນາມປະທານາທິບໍດີປູຕິນຫຼືບໍ່

Pres. Trump says he misspoke at joint presser with Vladimir Putin, meant to say there was no reason "it wouldn't be Russia" behind election meddling.

"I said the word would instead of wouldn't…I think that probably clarifies things pretty good by itself" https://abcn.ws/2NpaO7M 
Pres. Trump on Russia meddling into U.S. election: "Pres. Putin was extremely strong and powerful in his denial today, and what he did is an incredible offer—he offered to have the people working on the case come and work with their investigators." https://abcn.ws/2usxixG 

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...