Tuesday, 17 July 2018

ກະຊວງການເງິນ ກວດພົບການລະເມີດລະບຽບ ກົດໝາຍຢູ່ຫລາຍຂະແໜງ ສ່ວຍ​ສາ​ອາກອນ, ພາສີ, ຄັງ​ເງິນ​ແຫ່ງ​ຊາດ ເສຍ​ຫາຍກວ່າ 10 ຕື້​ກີບ

ຂປລ. ຜ່ານ​ມາ​ການລະ​ເມີດ​ລະບຽບ​ກົດໝາຍ ​ ຢູ່​ໃນ​ຂະ​ແໜງຊັບ​ສິນ, ສ່ວຍ​ສາ​ອາກອນ, ພາສີ, ຄັງ​ເງິນ​ແຫ່ງ​ຊາດ, ກົມ​ຄຸ້ມ​ຄອງ, ພັດທະນາ​ລັດ​ວິ​ສາ​ຫະກິດ ​ແລະ ການ​ປະກັນ​ໄພ ​ໄດ້​ເຮັດ​ໃຫ້​ລາຍ​ຮັບ-ລາຍ​ຈ່າຍ​ງົບປະມານ​ຂອງ​ລັດ ​​ ເສຍ​ຫາຍກວ່າ 10 ຕື້​ກີບ.
ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ ​ໄດ້​ລາຍ​ງານ ​ຢູ່​ໃນ​ກອງ​ປະຊຸມ​ເປີດ​ກວ້າງ ​ ຄົບ​ຄະ​ນະ​ບໍລິຫານ​ງານ​ພັກ​ກະຊວງ​ການ​ເງິນຄັ້ງ​ທີ 6 ສະ​ໄໝ​ທີ II ວັນ​ທີ 16 ກໍລະກົດ 2018 ນີ້ວ່າ: ຜ່ານ​ການ​ຕິດຕາມ​ການ​ກວດກາ ​ການ​ປະຕິບັດ​ພາລະ​ບົດບາດ, ໜ້າ​ທີ່​ສິດ​ຂອງ​ຄະນະ​ພັກ​ແຕ່​ລະ​ຂັ້ນ; ​ໄດ້​ປະຕິບັດ​ລະບອບ​ກວດກາ​ວຽກ​ງານ​ພັກ, ວຽກ​ງານ​ບໍລິຫານ​ລັດ ​ແລະ ວຽກ​ງານ​ການ​ເງິນ-ງົບປະມານ​ຢູ່​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ​

ພົບ​ເຫັນ​ການ​ນໍາ​ເຂົ້າ​ນໍ້າມັນ​ເຊື້ອ​ໄຟ ​ ຮັບ​ໃຊ້​ໂຄງການ​ທາງ​ລົດ​ໄຟ​ລາວ-ຈີນ ຄ້າງ IM 8 ​ແລະ ບໍ 53 (ຢູ່​ສະຫວັນ​ນະ​ເຂດ, ບໍ່​ແກ້ວ ​ແລະ ຫລວງ​ນໍ້າ​ທາ, ​ໂດຍ​ມີ​ຄ້າງ​ນໍ້າມັນ 8,1 ລ້ານ​ລິດ, ພາຫະນະ 1.116 ຄັນ, ອຸປະກອນ​ຮັບ​ໃຊ້​ທາງ​ລົດ​ໄຟ ​ແລະ ອື່ນໆ 1.095 ຊຸດ) ການ​ປອມ​ແປງ​ເອກະສານ,​ ເກັບ​ເງິນ​ແລ້ວ​ບໍ່​ມອບ, ມອບ​ບໍ່​ຄົບ​ຖ້ວນ, ມີ​ການ​ສົມຮູ້​ຮ່ວມຄິດ​ກັບ​ຜູ້​ປະກອບ​ການ, ຈ່າຍ​ເງິນ​ລ່ວງ​ໜ້າ​ໃນ​ລະບົບ​ຄັງ​ເງິນ​ບໍ່​ຖືກຕ້ອງ, ຈ່າຍ​ນອກ​ແຜນ ​ແລະ ອື່ນໆ. ທີ່​ເຮັດ​ໃຫ້ລາຍ​ຮັບ-ລາຍ​ຈ່າຍ​ງົບປະມານ ​ຕົກ​ເຮ່ຍ​ເສຍ​ຫາຍຫລາຍກວ່າ 10 ຕື້​ກີບ, ​ເກັບ​ໄດ້​ຄືນ​ແລ້ວ 2,6 ຕື້​ກີບ, ຍັງ​ຄ້າງ​ເປັນ​ເງິນ​ກີບ 8,4 ຕື້​ກີບ ​ແລະ ​ເປັນ​ເງິນ​ໂດ​ລາ 135.631 ​ໂດ​ລາສະຫະລັດ. ນອກ​ນັ້ນ, ​ຍັງ​ກວດ​ພົບ​ເຫັນ​ພະນັກງານ​ຕິດ​ພັນ​ກັບ​ການ​ສໍ້​ລາດ​ບັງ​ຫລວງ​ຈໍານວນ 13 ຄົນ, ຊຶ່ງ​ກໍາລັງ​ດໍາ​ເນີນ​ຂັ້ນ​ຕອນ​ສືບ​ສວນ-ສອບ​ສວນ. ພ້ອມ​ນັ້ນ​ໄດ້​ຮັບ​ຄໍາ​ຮ້ອງ​ຄໍາ​ສະ​ເໜີ​ທັງ​ໝົດ ​ຈໍານວນ 15 ສະບັບ, ມີ​ການ​ແກ້​ໄຂ​ໄດ້​ຈໍານວນ 4 ສະບັບ ​ແລະ ພວມ​ດໍາ​ເນີນ​ການ​ແກ້​ໄຂ​ຈໍານວນ 11 ສະບັບ.

ທ່ານ ສົມ​ດີ ດວງ ກ່າວ​ຕື່ມ​ວ່າ: ຜ່ານ​ມາຄະ​ນະ​ພັກກະຊວງ​ການ​ເງິນ​ ກໍໄດ້​ຖື​ເອົາ​ວຽກ​ງານ​ກວດກາ​ພັກ-ລັດ ​ເປັນ​ວຽກ​ງານ​ຈຸດ​ສຸມ​ຂອງ​ການ​ນໍາພາ​ຂອງ​ພັກ, ​ໂດຍ​ສຸມ​ໃສ່​ແກ້​ໄຂ​ຈຸດ​ອ່ອນ​ຂອງ​ວຽກ​ງານ​ກວດກາ​​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເພື່ອ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ ​ໃນ​ການ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ນິຕິ​ກໍາ​ຕ່າງໆ, ພັດທະນາ​ຂະ​ແໜ​ງການ​ເງິນ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ມີ​ວິ​ໄນ​ເຂັ້ມ​ງວດ, ມີ​ຄວາມ​ໂປ່​ງ​ໃສ ​ແລະ ຍຸຕິ​ທໍາ ​ສາມາດ​ແກ້​ໄຂ​ບັນຫາ​ຫຍໍ້​ທໍ້​ຕ່າງໆ ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ, ​ໄດ້​ອອກ 10 ຂໍ້​ຫ້າມ​ຕໍ່​ພະນັກງານ-ລັດຖະກອນ​ຂະ​ແໜງ​ການ​ເງິນ ​ແລະ ​ໄດ້ຕິດ​ຕັ້ງຕູ້​ຮັບ​ຄໍາ​ຮ້ອງ​ຄໍາ​ສະ​ເໜີ​ ຈໍານວນ 10 ຈຸດ ​ແລະ ​ເປີດ​ສາຍ​ດ່ວນ 1519 ​ເພື່ອ​ຮັບ​ຟັງ​ຄວາມ​ຄິດເຫັນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...