Thursday, 5 July 2018

ຄື່ນລົມແຮງ ຊັດເຮືອສະປີດໂບທ-ຢອຊ ຈົມ ສູນຫາຍກ່ວາ 40 ຄົນ ທີ່ພູເກັດ

ວັນທີ 5 ກໍລະກົດ 2018 ສູນນະເຣນທອນ ໄດ້ຮັບແຈ້ງເຫດເຮືອຫລົ່ມກາງທະເລອັນດາມັນ ຫນ້າເກາະເຮ ເມືອງພູເກັດ ປະເທດໄທ ຊຶ່ງເບື້ອງຕົ້ນຈາກການກວດສອບພົບວ່າເກີດຈາກກະແສລົມແຮງ ເຮັດໃຫ້ເກີດຄື້ນສູງຈົນຊັດເຮືອສະປີດໂບທນຳທ່ຽວຫລາຍລຳຈົມທະເລ ເປັນເຫດໃຫ້ນັກທ່ອງທ່ຽວບໍ່ຕ່ຳກ່ວາ 100 ຄົນ ເສຍຫລັກຕົກລົງທະເລ ບາງສ່ວນຍັງລອຍຄໍຢູ່ເທິງຜິວນ້ຳ ແຕ່ອີກຈຳນວນໜຶ່ງສູນຫາຍໄປ ຂະນະນີ້ເຮືອທະຫານໄດ້ນຳກຳລັງອອກໄປຊ່ວຍເຫລືອຜູ້ປະສົບໄພແລ້ວ
ແລະບໍ່ນານພໍເທົ່າໃດເຈົ້າຫນ້າທີ່ກໍ່ໄດ້ແຈ້ງເຫດເຮືອຢອຊນຳທ່ຽວຖືກຄື້ນຊັດຈົມອີກລຳ ເຮັດໃຫ້ນັກທ່ອງທ່ຽວ 39 ຄົນ ຕົກລົງທະເລ ໂດຍເຫດນີ້ເກີດຂື້ນບໍລິເວນເກາະໄມ້ທ່ອນ ເຈົ້າຫນ້າທີ່ກຳລັງເລັ່ງໃຫ້ການຊ່ວຍເຫລືອ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...