Thursday, 5 July 2018

ຜູ້ຊ່ຽວຊານດ້ານຖ້ຳ ຊີ້ພາລະກິດຊ່ວຍ 13ຫມູປ່າ “ເຖິງຊ່ວງສຳຄັນ”

ສື່ຕ່າງປະເທດຍັງຄົງຈັບຕາສະຖານະການທີ່ຖ້ຳຫຼວງ-ຂຸນນາງນອນ ໃນເມືອງແມ່ສາຍ ແຂວງຊຽງຮາຍ ປະເທດໄທ ເນື່ອງຈາກແມ່ທີມຄົ້ນຫານານາຊາດພາຍໃຕ້ການນຳຂອງຫນ່ວຍຊີລໄທສາມາດລະບຸຕ່ຳແຫນ່ງ ແລະພົບໂຕສະມາຊິກທີມເຕະບານ “ຫມູປ່າ ອະຄາເດມີ” ທັງ 13 ຄົນ ຊື່ງຕິດຢູ່ພາຍໃນຖ້ຳຫຼວງຕັ້ງແຕ່ຊ່ວງທ່ຽງຂອງວັນເສົາທີ່ 23 ມິຖຸນາທີ່ຜ່ານມາ ຕາມເວລາທ້ອງຖິ່ນ ແຕ່ອຸປະສັກສຳຄັນ ແລະຄວາມທ້າທາຍຍັງຄົງມີຢູ່ ນັ້ນຄືການນຳສະມາຊິກທີມຫມູປ່າທັງ 13 ຄົນອອກຈາກຖ້ຳຢ່າງປອດໄພ
ທ່ານເວິຣນ ອັນສະເວິຣທ ຜູ້ຊ່ຽວຊານດ້ານການສຳລວດຖ້ຳຊາວອັງກິດຊື່ງມີຄວາມຮູ້ ແລະຊ່ຽວຊານດ້ານລັກສະນະທາງກາຍະພາບຂອງຖ້ຳຫຼວງ ເພາະເຄີຍສຳລວດດ້ວຍໂຕເອງມາແລ້ວຫຼາຍຄັ້ງ ແລະສະໝັບສະໝູນພາລະກິດຊ່ວຍເຫຼືອສະມາຊິກທີມຫມູປ່າທັງ 13 ຄົນຢ່າງໃກ້ຊິດຮ່ວມກັບລັດຖະບານໄທຕັ້ງແຕ່ຕົ້ນ ໃຫ້ສຳພາດກັບບີບີຊີ ເມື່ອວັນພະຫັດວ່າສະຖານະການໃນໄລຍະເວລາ 24 ຊົ່ວໂມງນັບຈາກນີ້ “ມີຄວາມສຳຄັນຢ່າງຫຼາຍ” ເນື່ອງຈາກລະດັບນ້ຳພາຍໃນຖ້ຳເພີ່ມສູງຂື້ນຈາກຝົນທີ່ຕົກລົງມາຂ້າມຄືນ ແລະປັດໃຈແວດລ້ອມພາຍໃນຖ້ຳໂດຍລວມ “ຍັງເປັນບັນຫາ” ໂດຍສະເພາະທີ່ໂຖງ 3 ແມ່ນວ່າອຸນຫະພູມຂອງອາກາດບໍ່ແມ່ນອຸປະສັກ ແຕ່ອຸນຫະພູມຂອງນ້ຳເປັນສິ່ງສຳຄັນ ຍິ່ງໄປກວ່ານັ້ນສະມາຊິກທີມຫມູປ່າສ່ວນໃຫ່ຍຍັງລອຍນ້ຳບໍ່ໄດ້ແຂງແຮງພໍ
ດ້ານທ່ານແກຣີ ມິດເຊລ ຜູ້ຊ່ຽວຊານເລື່ອງຖ້ຳຊາວອັງກິດອີກຄົນຫນື່ງ ໃຫ້ສຳພາດກັບສຳນັກຂ່າວເອພີວ່າ ອີກຫນື່ງເງື່ອນໄຂສຳຄັນທີ່ທ້າທາຍທຸກຝ່າຍໃນການນຳໂຕສະມາຊິກທີມຫມູປ່າທັງ 13 ຄົນອອກຈາກພາຍໃນຖ້ຳຄື “ຕ້ອງຫມັ້ນໃຈ” ວ່າມີຊ່ອງອາກາດສຳລັບຫາຍໃຈພຽງພໍຕະຫຼອດເສັ້ນທາງທີ່ໄກເຖິງ 4 ກິໂລແມັດ ຈາກບໍລິເວນເນີນນົມສາວຊື່ງເປັນຈຸດທີ່ພົບໂຕທັງ 13 ຄົນ ຈົນເຖິງປາກຖ້ຳ ເນື່ອງຈາກເສັ້ນທາງດຳນ້ຳບໍ່ແມ່ນເສັ້ນທາງທີ່ຮາບລຽບ ແລະທັດສະນະວິໃສ “ເກືອບເປັນສູນ”
ແມ່ນວ່າຫນ່ວຍງານທີ່ກ່ຽວຂ້ອງເພີ່ມການລະດົມສຳພາລະກຳລັງໃນການສູບນ້ຳອອກຈາກພາຍໃນຖ້ຳໃນອັດຕາທີ່ຫຼາຍກວ່າ 10,000 ລິດຕໍ່ຊົ່ວໂມງແຕ່ລະດັບນ້ຳລົດລົງພຽງຊົ່ວໂມງລະ 1 ເຊັນເທົ່ານັ້ນ ດ້ານຂໍ້ມູນພະຍາກອນອາກາດລະບຸວ່າພາຍຸຝົນຟ້າຄະນອງລະລອກໃໝ່ກຳລັງໃກ້ເຂົ້າມາ ໃນຂະນະທີ່ສື່ມວນຊົນຕ່າງປະເທດເບີ່ງວ່າທາງການໄທດຳເນີນການ 3 ຢ່າງໄປພ້ອມກັນແລ້ວວ່າວິທີໃດຈະໄດ້ຜົນໄວ້ ແລະດີທີ່ສຸດ ນັ້ນຄືການສູບນ້ຳ ການໃຫ້ທັງ 13 ຄົນດຳນ້ຳຫຼືລອຍນ້ຳອອກມາໂດຍມີຫນ່ວຍຊີລປະກົບ ແລະການຄົ້ນຫາໂພງສຳລັບເປັນຊ່ອງທາງອອກຈາກດ້ານເທີງ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...