Thursday, 5 July 2018

ເຂດເສດຖະກິດໃໝ່ ສີທັນດອນ ຈະສ້າງວຽກເຮັດງານທຳໃຫ້ປະຊາຊົນທ່ອງຖິ່ນເຖິງ 1 ແສນຕຳແຫນ່ງ

ລັດຖະບານລາວເປີດໄຟຂຽວໃຫ້ເອກະຊົນຕ່າງປະເທດຮ່ວມມືກັບນັກທຸລະກິດລາວເລີ່ມມືຈັດຕັ້ງປະຕິບສັດໂຄງການພັດທະນາເຂດເສດຖະກິດໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈຳປາສັກຢ່າງເປັນທາງການພາຍໃຕ້ງົບປະມານລົງທຶນທັງໝົດ 9 ຕື້ໂດລາສະຫະລັດ ເຊິ່ງເປັນການລົງທຶນທີ່ມີມູນຄ່າແພງກວ່າໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຕື້ໂດລາ ຂະນະທີ່ໂຄງການເສັ້ນທາງລົດໄຟລາວ-ຈີນມີພຽງແຕ່ 5 ຕື້ກວ່າໂດລາເທົ່ານັ້ນ.
ວັນທີ່ 30 ມິຖຸນາ 2018ທີ່ຜ່ານມາ ຖືວ່າເປັນການເຊັນສັນຍາສົ່ງທ້າຍເດືອນສໍາລັບໂຄງການດັ່ງກ່າວໂດຍຮ່ວມເຊັ່ນມີ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຝ່າຍຜູ້ພັດທະນາໂຄງການລົງນາມໂດຍ ທ່ານ ເສີງກວ້າຝາຍ ປະທານບໍລິສັດ ລາວມະຫານະທີສີທັນດອນ (ຮົງກົງ) ອິນເວສເມັນ ຈຳກັດ ແລະ ທ່ານ ລາຕີ ສີສຸພັນນະວົງ ປະທານບໍລິສັດ ແອວທີວີ ກໍ່ສ້າງຂົວ-ທາງ, ເຄຫາສະຖານ ແລະ ຊົນລະປະທານ ຈຳກັດ, ຕ່າງໜ້າອຳນາດການປົກຄອງ ແຂວງຈຳປາສັກ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຊັນເປັນພະຍານ ແລະ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ
ໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ເປັນໂຄງການຮ່ວມທຶນລະຫວ່າງນັກລົງທຶນຈາກ ສປ ຈີນ ແລະ ນັກລົງທຶນພາຍໃນ, ມີມູນຄ່າການລົງທຶນທັງໝົດ 9 ຕື້ ໂດລາສະຫະລັດ ເຊິ່ງຈະນໍາໃຊ້ເນື້ອທີ່ທັງໝົດ 9.846 ເຮັກຕາ ໃນນັ້ນຈະແບ່ງອອກເປັນ 6 ໄລຍະ ໂດຍເລີ່ມແຕ່ປີ 2018–2050 ພາຍໃຕ້ອາຍຸສຳປະທານ 50 ປີ ແລະສາມາດຕໍ່ໄດ້
ສຳລັບໂຄງການດັ່ງກ່າວປະກອບມີ 4 ຂະແຫນງການໃຫ່ຍຄື:
1. ຂະແໜງການຜະລິດ ລວມມີໂຮງງານຜະລິດອາໄຫລ່ເອເລັກໂຕຣນິກ ແລະໄອທີ, ການປຸງແຕ່ງຜະລິດຕະພັນກະສິກຳ, ຫັດຖະກຳ ອຸດສາຫະກຳ ແລະອື່ນໆ
2. ຂະແໜງການຄ້າ ປະກອບດ້ວຍການນຳເຂົ້າ-ສົ່ງອອກສິນຄ້າ, ການຄ້າຊາຍແດນ, ຮ້ານຄ້າປອດພາສີ, ສູນການຄ້າ, ຕະຫລາດກາງຄືນ ແລະອື່ນໆ
3. ຂະແຫນງບໍລິການ ມີການຂົນສົ່ງ, ການໂຮງແຮມ ແລະທ່ອງທ່ຽວ, ສະຖາບັນການເງິນ-ທະນາຄານ, ປະກັນໄພ, ການສຶກສາ, ສາທາລະນະສຸກ, ສະຖານບັນເທີງ, ສວນສະຫນຸກ, ສວນອຸທິຍານ
4. ຂະແຫນງການສົ່ງເສີມພັດທະນາການຜະລິດກະສິກຳອິນຊີ ແລະການປະມົງ

ຈາກຜົນການສຶກສາໂຄງການນີ້ ຈະເຮັດໃຫ້ຂະແຫນງທ່ອງທ່ຽວ ໄດ້ຮັບການພັດທະນາຢ່າງວ່ອງໄວ ຄາດວ່າຮອດປີ 2025 ຈະມີນັກທ່ອງທ່ຽວເຂົ້າມາປະມານ 1.3 ລ້ານ ເທື່ອຄົນຕໍ່ປີ ສາມາດສ້າງລາຍຮັບໄດ້ 205 ລ້ານໂດລາ, ຮອດປີ 2050 ຈະດຶງດູດນັກທ່ອງທ່ຽວໄດ້ 10 ລ້ານ ເທື່ອຄົນຕໍ່ປີ ສ້າງລາຍຮັັບໄດ້ຫລາຍກ່ວາ 2.4 ຕື້ໂດລາຕໍ່ປີ ແລະໂຄງການນີ້ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນທ່ອງຖິ່ນເຖິງ 1 ແສນຕຳແຫນ່ງ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...