ມະນຸດກົບໄທຄົນນຶ່ງ ເສຍຊີວິດ ຫຼັງຈາກທີ່ອອກຊີເຈນໝົດໄປ ໃນຂະນະທີ່ໄປຊ່ວຍ ເຫລືອພວກເຕະບານເດັກນ້ອຍ 12 ຄົນ ແລະຄູຝຶກ ຂອງພວກເຂົາເຈົ້າທີ່ຕົກຄ້າງຢູ່
ໃນຖໍ້າຫລວງ ທາງພາກເໜືອຂອງໄທ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຄົນໃນວັນສຸກ
ມື້ນີ້.

ທ່ານສະໝານ ພູນານ, ອະດີດສະມາຊິກຂອງໜ່ວຍກ້າຕາຍຂອງໄທ ໄດ້ເສຍຊີວິດ
ໃນແລງວັນພະຫັດວານນີ້ ພາຍຫລັງໄດ້ເຂົ້າໄປໃນຖໍ້າ ເພື່ອເອົາຖັງອອກຊີເຈນ ໃສ່
ລຽບແລວທາງ ທີ່ອາດໃຊ້ເພື່ອຫລົບໜີໄດ້ ແຕ່ວ່າບໍ່ມີອອກຊີເຈນພຽງພໍໃນເວລາທີ່
ກັບອອກມາຈາກຖໍ້າ.

ການເສຍຊີວິດຂອງທ່ານເປັນເຫດການທໍາອິດນັບຕັ້ງແຕ່ມີການປະຕິບັດງານກູ້ໄພ
ເລີ້ມຕົ້ນມາໄດ້ສອງອາທິດແລ້ວ ຊຶ່ງໄດ້ເນັ້ນໃຫ້ເຫັນວ່າ ການປະຕິບັດງານເພື່ອເອົາພວກເດັກນ້ອຍ ແລະຄູຝຶກດັ່ງກ່າວ ອອກມາຈາກຖໍ້າ ທີ່ມີນໍ້າຖ້ວມແບບດຽວກັນນັ້ນ
ແມ່ນເປັນອັນຕລາຍ.

ການກອບກູ້ເອົາຊີວິດຂອງຊາຍໜຸ່ມ 13 ຄົນ ທີ່ຕົກຄ້າງຢູ່ໃນຖໍ້າທີ່ມີນໍ້າຖ້ວມຢູ່ໄທ
ແມ່ນມີປະເດັນຄວາມສ່ຽງໃຫຍ່ຢູ່ສອງຢ່າງ ຄື 1 ແມ່ນມີຝົນຕົກລົງມາອີກແລະອີກ
ປະເດັນນຶ່ງກໍຄືຄວາມວິຕົກກັງວົນ.

ທ່ານ ອາແລນ ແວຣີວ (Alan Warild) ຫົວໜ້າ ທີມກູ້ໄພ ໃນຖໍ້ານິວຊາວເວລສ໌
(New South Wales) ຂອງອອສເຕຣເລຍ ໄດ້ກ່າວຕໍ່ ວີໂອເອ ໃນອາທິດນີ້ວ່າ
"ການໄປຢູ່ໃນຄວາມມືດແມ່ນເປັນໜ້າຢ້ານຫລາຍ. ມັນຈະແມ່ນນໍ້າຂີ້ຕົມ. ພວກ
ເຂົາເຈົ້າຈະບໍ່ເຫັນອັນໃດໝົດສິ່ງທີ່ຈະເປັນເລື້ອງຍາກທີ່ສຸດຂອງພວກເດັກນ້ອຍ
ກໍຄືທໍາໃຈສະຫງົບໄວ້."

ທ່ານ ແວຣີວ (Warild) ສົນທະນາທາງເລືອກ ໃນການກູ້ເອົາຊີວິດຂອງເດັກນ້ອຍ
ເຕະບານ 12 ຄົນທີ່ມີອາຍຸແຕ່ 11 ຫາ 16 ປີແລະຄູຝຶກທີ່ມີອາຍຸ 25 ປີ ຂອງພວກ
ເຂົາເຈົ້າ ທີ່ພວກນັກຊ່ຽວຊານດໍານໍ້າຂອງອັງກິດ ພົບເຫັນໃນວັນຈັນຜ່ານມາ. ວີດິ
ໂອທີ່ຖ່າຍເອົາພວກເຂົາເຈົ້າໃນເວລາບໍ່ດົນ ກ່ອນທີ່ພວກເຂົາເຈົ້າຈະຫາຍສາບສູນ
ໃນວັນທີ 23 ມິຖຸນາໄດ້ສະແດງໃຫ້ເຫັນວ່າພວກເຂົາເຈົ້າພາກັນຂີ່ລົດຖີບເລາະໄປ
ຕາມຖະໜົນຢູ່ໃນເມືອງແມ່ສາຍ ພາຍໃຕ້ທ້ອງຟ້າທີ່ມືດມົວ ທ່າມກາງສຽງລົມແຮງ
ໃນຕອນບ່າຍວັນເສົາ ເປັ່ງອອກມາ.

ລະບົບຖໍ້າຢູ່ໃນແຂວງຊຽງຮາຍ ທີ່ພວກເດັກນ້ອຍດັ່ງກ່າວໄດ້ຫາຍສາບສູນ ຢູ່ໃນ
ນັ້ນແມ່ນເປັນທີ່ຮູ້ກັນດີວ່າເປັນຖໍ້າທີ່ທີ່ເລິກ ແລະອັນຕະລາຍ. ເພື່ອຈະເຂົ້າໄປໃນ
ໄດ້ ເດັກນ້ອຍໄດ້ຍ່າງຜ່ານປ້າຍທີ່ຂຽນບອກວ່າບໍ່ໃຫ້ເຂົ້າໄປໃນລະດູຝົນຢູ່ໃນຂົງ
ເຂດນັ້ນ ທີ່ເລີ້ມແຕ່ເດືອນກໍລະກົດ ຈົນເຖິງເດືອນພະຈິກ. ເມື່ອເດັກນ້ອຍເຂົ້າໄປ
ໃນຫັ້ນໃນສອງອາທິດກ່ອນ ລະດູຝົນຍັງບໍ່ທັນໄດ້ເລີ້ມຢ່າງເປັນທາງການເທື່ອ.

ແຕ່ວ່າຝົນໄດ້ເລີ້ມຕົກແລ້ວ. ເມື່ອພວກຊາຍໜຸ່ມດັ່ງກ່າວ ໄດ້ຖືກພົບເຫັນໃນວັນ
ຈັນທີ່ຜ່ານມາ ພວກເຂົາເຈົ້າແມ່ນຖືກຕົກຄ້າງຢູ່ໃນຜົ້ງທີ່ເປັນສີດໍາແລະປຽກຊຸ່ມ
ຂອງພູທີ່ຢູ່ໄກຈາກປາກຖໍ້າ 2 ກິໂລແມັດໄດ້ອາທິດກວ່າແລ້ວ. ຊ່ອງແຄບໆຜ່ານ
ລະຫວ່າງກາງຂອງແຜ່ນຫີນທີ່ພວກເຂົາເຈົ້າຢູ່ນັ້ນແລະແສງແດດຈາກຂ້າງນອກ
ດຽວນີ້ ແມ່ນເຕັມໄປດ້ວຍນໍ້າ ທີ່ຂຸ່ນໆເຢືອກເຢັນ. ມີລາຍງານວ່າ ບໍ່ມີໃຜໃນຈໍາ
ນວນນັ້ນ ຮູ້ລອຍນໍ້າເລີຍ.

No comments:
Post a Comment