Monday, 30 July 2018

ພົບຜູ້ເສຍຊີວິດແລ້ວ 11 ສົບ ແລະ ຍັງສູນຫາຍ 120 ກວ່າຄົນ ຈາກເຫດເຂື່ອນແຕກ

ໃນວັນທີ 30 ກໍລະກົດ 2018 ນີ້,​ ທີ່ເມືອງສະໜາມໄຊ ແຂວງອັດຕະປື, ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າກອງບັນຊາການພາກສະໜາມໄດ້ເປັນປະທານຖະແຫລ່ງຂ່າວຜົນການຊອກຄົ້ນ ແລະ ເກັບກູ້ຜູ້ປະສົບໄພນໍ້າຖ້ວມທີ່ເມືອງສະໜາມໄຊວ່າ: ມາຮອດປັດຈຸບັນນີ້ສາມາດກອບກູ້ຜູ້ເສຍຊີວິດໄດ້ແລ້ວ 11 ສົບ ໃນນັ້ນພົບໃນຂອບເຂດບໍລິເມືອງສະໜາມໄຊ 10 ສົບ, 1 ສົບພົບຢູ່ກໍາປູເຈຍ ແລະ ຍັງສູນຫາຍ 120 ກວ່າຄົນ ສ່ວນການປະຕິບັດໜ້າທີ່ນັ້ນຍັງສືບຕໍ່ເພີ່ມທະວີດ້ານເຕັກນິກ ແລະ ກໍາລັງເສີມຂຶ້ນກວ່າເກົ່າເນື່ອງວ່າເຂດທີ່ໄດ້ຮັບຜົນກະທົບແມ່ນກິນພື້ນທີ່ກວ້າງ ແລະ ມີອຸປະສັກຫລາຍ.
ທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າພະແນກຖະແຫລ່ງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງອັດຕະປືໄດ້ແຈ້ງໃຫ້ຊາບວ່າການກອບກູ້ຜູ້ເສຍຊີວິດ, ຜູ້ສູນຫາຍ, ການຮັບບໍລິຈາກ, ການກະກຽມສະບຽງອາຫານ, ບໍລິການໃຫ້ສິ່ງອໍານວຍຄວາມສະດວກໃຫ້ເຈົ້າໜ້າທີ່ທັງພາຍໃນ ແລະ ຕ່າງປະເທດນັ້ນແມ່ນໄດ້ດໍາເນີນໄປຢ່າງສະດວກສະບາຍ ໃນນັ້ນອໍານາດການປົກຄອງກ່ຽວຂ້ອງສືບຕໍ່ຮັບເອົາຄວາມຊ່ວຍເຫລືອ ຫລື ສິ່ງບໍລິຈາກຢ່າງເຕັມໃຈ; ການຍົກຍ້າຍປະຊາຊົນທີ່ຮັບຜົນກະທົບຈໍານວນໃນ 2 ເມືອງພາຍໃນແຂວງຈໍາປາສັກກັບແຂວງອັດຕະປືສໍາເລັດ; ການກະກຽມສະບຽງອາຫານສຸກສະໜອງໃຫ້ເຈົ້າໜ້າທີ່ ແລະ ຜູ້ໄດ້ຜົນກະທົບເປັນໄປດ້ວຍຄວາມສະດວກ; ການສະໜອງຂໍ້ມູນຂ່າວສານວ່ອງໄວທັນການ ແລະ ອື່ນໆ.
ປັດຈຸບັນນີ້ມີໜ່ວຍກູ້ໄພ ແລະ ອາສາສະໝັກຈາກຕ່າງປະເທດຈໍານວນ 4 ຄະນະເພື່ອ ເຂົ້າມາກອບກູ້ຜູ້ເສຍຊີວິດ ແລະ ສູນຫາຍຢູ່ພື້ນທີ່ດັ່ງກ່າວຄື:ຈາກໄທ 3 ຄະນະ,​ ສປ ຈີນ 1 ຄະນະ,​ ຄະນະແພດ ແລະ ໜ່ວຍກໍ່ສ້າງ.
ພາບ-ຂ່າວ: ຂປລ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...