Monday, 30 July 2018

ກຸ່ມບໍລິສັດພົງຊັບທະວີ ຈໍາກັດຜູ້ດຽວ ມອບເງິນ 300.000 ໂດລາ ຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ ເມືອງສະໜາມໄຊ

ກຸ່ມບໍລິສັດພົງຊັບທະວີຈໍາກັດຜູ້ດຽວ ນໍາເງິນຈໍານວນ 2,5 ຕື້ກີບ ຫຼື 300.000 ໂດລາ ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອນໍາໄປຊ່ວຍເຫຼືອໃຫ້ຜູ້ໄດ້ຮັບຜົນກະທົບຈາກໄພພິບັດເຂື່ອນແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.
ພິທີມອບເງິນຊ່ວຍເຫຼືອດັ່ງກ່າວມີຂຶ້ນໃນວັນທີ 27 ກໍລະກົດ 2018 ເຊິ່ງມອບໂດຍທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດພົງຊັບທະວີຈໍາກັດຜູ້ດຽວ ແລະ ຮັບໂດຍທ່ານ ຈັນສອນ ແສນບຸດຕະລາດ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໂດຍຊ້ອງໜ້າພະນັກງານກ່ຽວຂ້ອງ.
ນອກຈາກການປະກອບສ່ວນເປັນເງິນແລ້ວ ກຸ່ມບໍລິສັດພົງຊັບທະວີຈໍາກັດຜູ້ດຽວ ຍັງໄດ້ສົ່ງເຮືອໄວ (ລໍາໃຫຍ່) ຈໍານວນ 3 ລໍາ ເຂົ້າໄປຊ່ວຍເຫຼືອ ເຊິ່ງປັດຈຸບັນແມ່ນໄດ້ເຮັດໜ້າທີ່ອໍານວຍຄວາມສະດວກໃນການຂົນສົ່ງຜູ້ໄດ້ຮັບຜົນກະທົບມາສູ່ບ່ອນປອດໄພ ລໍາລຽງເຄື່ອງມື-ອຸປະກອນຈໍາເປັນໃນການຊ່ວຍເຫຼືອ ແລະ ຂົນສົ່ງອາຫານ-ນໍ້າດື່ມ ແລະ ສິ່ງຂອງຈໍາເປັນຕ່າງໆຢູ່ພາກສະໜາມ.
ພາບ-ຂ່າວ: ນສພ ວຽງຈັນໃຫ່ມ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...