Sunday, 29 July 2018

ວັນທີ 29/07/2018 ທ່ານນາຍົກລັດຖະມົນຕີ ເນັ້ນເຄື່ອງບໍລິຈາກຕ້ອງໄປຮອດມືປະຊາຊົນຢ່າງທົ່ວເຖິງ


ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ລົງຢ້ຽມຢາມສູນບໍລິຈາກຊ່ວຍເຫລືອຜູ້ປະສົບໄພພິບັດນໍ້າຖ້ວມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມໄດ້ເນັ້ນໃຫ້ມີການຈັດສັນຢ່າງຄັກແນ່ ເພື່ອໃຫ້ເຄືອງໄປຮອດມືປະຊາຊົນຢ່າງທົ່ວເຖິງ.

ທ່ານນາຍົກໄດ້ໂອ້ລົມໃນໂອກາດລົງຢ້ຽມຢາມ ສູນບໍລິຈາກ ໃນວັນທີ 29 ກໍລະກົດ ເຊິ່ງທ່ານໄດ້ສະແດງຄວາມໃຈຕໍ່ປະຊາຊົນລາວ ແລະ ບັນດາປະເທດເພື່ອນມິດທີ່ໄດ້ຍິບຍືນນໍ້າໃຈນຳເອົາ ເງິນ ວັດຖຸສິ່ງຂອງມາຊ່ວຍເຫລືອໃຫ້ແກ່ຜູ້ປະສົບໄພໃນຄັ້ງນີ້ໄດ້ຢ່າງທັນການ .

ສຳລັບເງິນຄຳ ວັດຖຸ ທີ່ໄດ້ຮັບບໍລິຈາກແມ່ນໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະຫນ່ວຍງານທີ່ຢູ່ທ້ອງຖິ່ນນຳໄປແຈກຈາຍໃຫ້ປະຊາຊົນທີ່ຖືອຸທົກກະໄພໃຫ້ໄດ້ຮັບຢ່າງວ່ອງໄວ ແລະ ທົ່ວເຖິງ.

ພ້ອມນັ້ນ ລັດຖະບານໃຫ້ການຊ່ວຍເຫລືອຢ່າງສຸດຄວາມສາມາດແກ່ຜູ້ປະສົບໄພ ພ້ອມຟື້ນຟູເຮືອນຊານທີ່ເປເພ່ເສຍຫາຍ ແລະ ວາງແຜນຟື້ນຟູ ເມືອງສະຫນາມໄຊ ໃຫ້ມີລະບົບແບບແຜນ ສືບຕໍ່ສືບສວນສອບສວນຫາສາເຫດຕໍ່ກັບອຸບັດຕິເຫດໃນຄັ້ງນີ້ຢ່າງໂປງໃສ ແລະ ມີຄວາມຮັບຜິດຊອບ ແລະ ຂໍໃຫ້ປະຊາຊົນຈົ່ງມີສະຕິໃນການຮັບຂໍ້ມູນຂ່າວສານ ໂດຍໃຫ້ຮັບຟັງຂ່າວສານຈາກຂໍ້ມູນຂ່າວສານຈາກລັດຖະບານເປັນຫລັກ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...