ຜູ້ນຳເກົາຫຼີເໜືອຄວນຮູ້ກ່ອນທີ່ຈະເຊື່ອອາເມລິກາ ວ່າອາເມລິກາມີປະຫວັດ “ຖອນໂຕອອກຈາກຂໍ້ຕົກລົງ ແລະ ລະເມີດພັນທະທີ່ມີຕໍ່ກັນ” ລັດຖະມົນຕີກະຊວງການຕ່າງປະຂອງອີຣ່ານກ່າວໃນວັນຈັນ
ພຽງບໍ່ເທົ່າໃດຊົ່ວໂມງກ່ອນທີ່ ປະທານາທິບໍດີ ທຣັມ ແຫ່ງສະຫະລັດ ອາເມລິກາ ກັບຜູ້ນຳເກົາຫຼີເໜືອ ລັດຖະມົນຕີກະຊວງການຕ່າງປະເທດຂອງອີຣ່ານໄດ້ອອກມາເຕືອນກ່ອນທີ່ຄິມຈະເຮັດສັນຍາຫຍັງ ຄວນລະວັງວ່າ ທຣັມມີຊື່ສຽງໃນດ້ານຢຸດຕິຂໍ້ຕົກລົງຕ່າງໆ
ທາມ ອອຟ ອິສສະລາເອວ ລາຍງານ ໃນວັນທີ 12 ມິຖຸນາວ່າ ໂຄສົກກະຊວງການຕ່າງປະເທດຂອງອີຣ່ານກ່າວກັບນັກຂ່າວວ່າ ອີຣ່ານເບິ່ງການປະຊຸມລະຫວ່າງທຣັມ ແລະ ຄິມ “ໃນແງ່ຮ້າຍຫຼາຍ”ລັດຖະມົນຕີວ່າການກະຊວງການຕ່າງປະເທດອີຣ່ານ ຈາວາດ ຊາຮິຟ ໄດ້ເອີຍເຖິງທຣັມໃນຖານະ ຜູ້ນຳມັກຖອນໂຕຈາກຂໍ້ຕົກລົງ” ໃນທະວີດເຕີໃນວັນຈັນໂດຍບໍ່ລະບຸຊື່ຢ່າງຊັດເຈນ ເນັ້ນຍ້ຳຄວາມບໍ່ໄວ້ວາງໃຈຂອງອີຣ່ານ
ໃນເຊົ້າຂອງວັນທີ່ 12 ມິຖຸນາ ທຣັມ ແລະ ຄິມ ມີກຳນົດພົບກັນທີ່ສິງກະໂປ ດ້ານສະຫະລັດ ອາເມລິກາ ຕ້ອງການໃຫ້ເກີດການຫຼຸດອາວຸດນິວເຄຍ (Denuclearization) ຈາກຄາບສະໝຸດເກົາຫຼີພາຍໃຕ້ຂໍ້ຕົກລົງທີ່ໃຫ້ອຳນາດຈາກສະຫະລັດ ອາເມລິກາ ແລະ ນານາຊາດກວດສອບເຄື່ອງປະຕິບັດການນິວເຄຍໃນເກົາຫຼີເໜືອເມື່ອໃດກໍ່ໄດ້ຕາມທີ່ຕ້ອງການເພື່ອເປັນສ່ວນໜຶ່ງໃນການກວດສອບຂໍ້ຕົກລົງ
ປີ 2015 ສະມາຊິກຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະພາບຢູໂຣບໄດ້ແກ່ສະຫະລັດ ອາເມລິກາ ອັງກິດ ຝຣັ່ງ ຈີນ ແລະ ຣັດເຊຍ ໄດ້ຮ່ວມກັບເຢຍລະມັນ ແລະ ອີຣ່ານໃນການເຮັດຂໍ້ຕົກລົງອາວຸດນິວເຄຍອີຣ່ານ ( The Joint Comprehensive Plan Of Action) ທີ່ໃຫ້ອຳນາດຜູ້ກວດສອບຈະກະຊວງພະລັງງານປະລາມານູນລະຫວ່າງປະເທດ ( IAEA) ເຂົ້າກວດສອບໃຫ້ຄວາມໝັ້ນໃຈວ່າບໍ່ມີການເພີ່ມສະມັດຖະນະຢູເຣນຽມຕາມທີ່ກຳນົດແລກກັບການຍົກເລີກການຂວ້ຳບາດ
ລັດຖະບານເຕຫະລານຖືກພິຈາລະນາວ່າເຮັດຕາມຂໍ້ຕົກລົງເປັນຢ່າງດີ ຈາກເລຂາກະຊວງປ້ອງກັນປະເທດຂອງສະຫະລັດ ເຈມ ແມດທີສ ທະບວງ IAEA ແລະ ໃຜກໍ່ສາມາດເຂົ້າໄປກວດໂຄງການນິວເຄຍ ຢ່າງໃດກໍ່ຕາມ 3 ປີຫຼັງຈາກການເຊັນຂໍ້ຕົກລົງ ປະທານາທິບໍດີສະຫະລັດ ອາເມລິກາ ຄົນກ່ອນ ບາລັກ ໂອບາມາ ແຕ່ທຣັມກໍ່ຕັດສິນໃຈຖອນໂຕອອກຈາກຂໍ້ຕົກລົງເມື່ອເດືອນຜ່ານມາ




No comments:
Post a Comment