ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນໂຊລປະເທດເກົາຫຼີໃຕ້ເມື່ອວັນທີ່ 13 ມິຖຸນາວ່າ ກອງກຳລັງອາເມລິກາເກົາຫຼີ (ຢູເອສເອຟເຄ) ອອກຖະແຫຼງການວ່າຍັງບໍ່ໄດ້ຮັບຄຳສັ່ງເພີ່ມເຕີມກ່ຽວກັບການລົດລະດັບ ຫຼືຍົກເລີກພາລະກິດທາງທະຫານເທີງຄາບສະໜຸດເກົາຫຼີໜາຍຄວາມປະຕິບັດການຊ້ອມຮົບປະຈຳປີພາຍໃຕ້ລະຫັດປະຕິບັດການ “ອຸລຈີ ຟຣີດ້ອມ ການດ້ຽນ” ຈະຍັງຄົງເກີດຂື້ນຕາມກຳນົດການເດີມຄືໃນຊ່ວງລະດູໃບໄມ້ຫຼົ່ນປີນີ້ ຫຼັງປະຕິບັດການຊ້ອມຮົບ “ໂຟລ ອີເກິ້ລ ແລະແມັກ ທັນເດີ” ສຳເລັດໄປເມື່ອເດືອນເມສາທີ່ຜ່ານມາ ຊຶ່ງຢູເອສເອຟເຄປະຈຳການຢູ່ໃນເກົາຫຼີໃຕ້ຕັ້ງແຕ່ປີ 1957 ແລະປະຈຸບັນມີທະຫານປະຈຳການຢູ່ປະມານ 28,500 ນາຍ
ຂະນະທີ່ຖະແຫຼງການຂອງກະຊວງປ້ອງກັນປະເທດໃນນະຄອນໂຊລະບຸວ່າ ທຸກຝ່າຍທີ່ກ່ຽວຂ້ອງຍັງບໍ່ຈຳເປັນຕ້ອງ “ວິເຄາະຄວາມໜາຍທີ່ແທ້ຈິງ” ຈາກຖ້ອຍຖະແຫຼງຂອງປະທານາທິບໍດີໂດນັລ ທຣັມ ໃນປະເດັນກອງທັບອາເມລິກາເທີງຄາບສະໜຸດເກົາຫຼີ ແຕ່ຕໍ່ມາມີລາຍງານວ່າປະທານາທິບໍດີມຸນ ແຈ-ອິນ ຜູ້ນຳເກົາຫຼີໃຕ້ ສົນທະນາທາງໂທລະສັບກັບຜູ້ນຳອາເມລິກາໃນເລື່ອງດັ່ງກ່າວ ເມື່ອວັນອັງຄານ ແລະເປັນທີ່ໜ້າສັງເກດວ່າທຳນຽບປະທານາທິບໍດີເກົາຫຼີໃຕ້ຫຼືຊອງວາແດຍັງບໍ່ໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບຜົນການສົນທະນາ
ດ້ານນາງດານາ ໄວຣ ໂຄສົກຍິງກະຊວງປ້ອງກັນປະເທດອາເມລິກາກ່າວວ່າ ທຣັມ ຫາລືກັບພົນເອກ ເຈມສ ແມດທິສ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດກ່ອນການຖະແຫຼງທີ່ສິງກະໂປ ແລະພົນເອກ ແມດທິສ “ຮັບຮູ້ລ່ວງໜ້າແລ້ວ” ພ້ອມທັງຢືນຢັນວ່າເພນຕາກອນຍັງຄົງຢຶດໜັ້ນຕໍ່ພັນທະກິດໃນການມອບຄວາມຄຸ້ມຄອງທາງທະຫານແກ່ພັນທະມິດທຸກປະເທດ ແຕ່ພົນເອກ ແມດທິສ ເຄີຍກ່າວກ່ອນເຖິງກຳນົດການສິງກະໂປຊຳມິດ ວ່າເຂົາບໍ່ເຊື່ອວ່າປະເດັນເລື່ອງທະຫານອາເມລິກາເທິງຄາບສະໜຸດເກົາຫຼີ ຈະເປັນຫົວຂໍ້ຂອງການຫາລືລະຫວ່າງທ່ານ ທຣັມ ກັບທ່ານຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ
ທັງນີ້ ພາຍຫຼັງເສັດສິ້ນການພົບຫາລືຄັ້ງປະຫວັດສາດກັບທ່ານຄິມ ຈອງ-ອຶນ ທີ່ໂຮງແຮມຄາເປລລາເທີງເກາະເຊນໂຕຊາທາງຕອນໃຕ້ຂອງສິງກະໂປເມື່ອວັນອັງຄານທີ່ຜ່ານມາທຣັມຖະແຫຼງຕໍ່ຜູ້ສື່ຂ່າວດ້ວຍໂຕເອງ ແລະກ່າວໃນຊ່ວງໜື່ງວ່າ ອາເມລິກາຈະ “ຢຸດຕິເກມສົງຄາມ” ເນື່ອງຈາກເປັນພຶດຕິກຳ “ຄຸກຄາມ” ແລະເຂົາເຊື່ອວ່າການລະງັບພາລະກິດນີ້ຈະຊ່ວຍປະຢັດງົບປະມານຂອງປະເທດໄດ້ຢ່າງມະຫາສານຊື່ງທຣັມບໍ່ໄດ້ຂະຫຍາຍຄວາມເລື່ອງຊ່ວງເວລາ ແຕ່ກ່າວວ່າການຊ້ອມຮົບຈະກັບມາເກີດຂື້ນ ຫາກການເຈລະຈາໃນອານາຄົດບໍ່ມີຄວາມຄືບໜ້າ ສະນັ້ນແຫຼ່ງຂ່າວທັງໃນເພນຕາກອນ ແລະລັດຖະບານເກົາຫຼີໃຕ້ເຜີຍໃນເວລາຕໍ່ມາ “ນຶກວ່າທຣັມເວົ້າຜິດ” ເພາະນັ້ນໜາຍຄວາມເຖິງ “ການຍິນຍອມຄັ້ງໃຫ່ຍ” ຂອງອາເມລິກາຕໍ່ລັດຖະບານປຽງຢາງ
ຢ່າງໃດກໍ່ຕາມ ຍ້ອນກັບໄປເມື່ອປີ 1990 ໃນສະໄໜລັດຖະບານວໍຊິງຕັນຂອງປະທານາທິບໍດີຈອດ ເອຊ.ດັບເບິລຢູ ບຸຊ ອາເມລິກາເຄີຍຍົກເລີກການຊ້ອມຮົບເທີງຄາບສະໜຸດເກົາຫຼີໃນຊື່ “ທີມ ສະປີຣິດ” ເພື່ອໂນ້ມນ້າວໃຫ້ເກົາຫຼີເໜືອກັບມາເຈລະຈາ ແລະເປີດທາງໃຫ້ຄະນະຜູ້ກວດສອບນິວເຄຼຍນານາຊາດເຂົ້າປະເທດໄດ້ ແມ່ນວ່າການຊ້ອມຮົບທີມ ສະປີຣິດ “ຢຸດຕິຢ່າງຖາວອນ” ໃນເວລາຕໍ່ມາ ແຕ່ອາເມລິກາຈັດການຊ້ອມຮົບໃໜ່ຂື້ນມາອີກຢ່າງຕໍ່ເນື່ອງຈົນເຖິງປະຈຸບັນ
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...





No comments:
Post a Comment