Wednesday, 13 June 2018

ສສຊ ປະກອບຄຳເຫັນ ເລື່ອງບັນຫາການອອກໃບຕາດິນຊ້ຳຊ້ອນ ແລະຄວາມບໍ່ໂປ່ງໃສຂອງພະນັກງານທີ່ດິນ

ຂປລ. ໃນວັນທີ 11 ມິຖຸນາ 2018 ທີ່ກອງປະຊຸມສະໄໝສາມັນເທື່ອ ທີ່ 5 ຂອງ ສະພາແຫ່ງ ຊາດ ຊຸດທີ່ 8 ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳຄິດເຫັນ ໃສ່ຮ່າງແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດ ສ່ວນໃຫຍ່ແມ່ນບັນຫາການອອກໃບຕາດິນຊ້ຳຊ້ອນ ແລະ ພະນັກງານ ຜູ້ທີ່ຮັບຜິດຊອບວຽກງານທີ່ດິນບໍ່ປະຕິບັດຕາມຂັ້ນຕອນ ແລະ ລະບຽບການຂອງທີ່ດິນ, ໂດຍການເປັນປະທານ ຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ.
ທ່ານ ນາງ ສີໄຄ ສີປະເສີດ ສສຊ ເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໄດ້ສະເໜີຕໍ່ກອງປະຊຸມວ່າ: ປັດຈຸບັນການບຸກລຸກເນື້ອທີ່ດິນ, ການຈັບຈອງຂອງບຸກຄົນ, ນິຕິບຸກຄົນ ຫລື ໄພທຳມະຊາດອື່ນໆ ເຮັດໃຫ້ເນື້ອທີ່ດິນມີການປ່ຽນແປງ ແລະ ຈຳເປັນຕ້ອງໄດ້ສຳຫລວດເນື້ອທີ່ດິນຄືນໃໝ່ ເປັນຕົ້ນເນື້ອທີ່ດິນເຂດປ່າສະຫງວນ, ປ່າຍອດນ້ຳ, ດິນຜະລິດອຸດສາຫະກຳ ແລະ ດິນກະສິກຳ. ນອກຈາກນີ້, ການຫັນປ່ຽນເນື້ອທີ່ດິນກະສິກໍາ ໂດຍສະເພາະເນື້ອທີ່ນາໄດ້ຫັນໄປເປັນດິນປຸກສ້າງຫລາຍ ແລະ ເຮັດທຸລະກິດອື່ນໆ. ທ່ານ ນາງ ສີໄຄ ສີປະເສີດ ໄດ້ສະເໜີຕື່ມວ່າ: ໃຫ້ຮີບຮ້ອນປັບປຸງບັນດານິຕິກຳທີ່ຈຳເປັນ ໂດຍສະເພາະອັດຕາຄ່າທຳນຽມ ໄດ້ມີຫລາຍອັນທີ່ລັດ ໄດ້ເສຍຜົນປະໂຫຍດ, ມາດຕະການໃນການຫັນປ່ຽນເນື້ອທີ່ດິນຕ່າງໆ ແລະ ພະນັກ ງານວິຊາການບາງຄົນ ໃຫ້ເພີ່ມຄວາມຮັບຊອບຂຶ້ນຕື່ມ ກ່ຽວກັບ ການກຳນົດການອອກໃບຕາດິນ ຜ່ານມາເຫັນວ່າຍັງບໍ່ທັນໂປ່ງໃສ ສ່ວນຫລາຍບໍ່ຖືກກັບຕົວຈິງ, ຊ້ຳຊ້ອນ ເຊິ່ງໄປຖັບຖົມກັບເນື້ອທີ່ອື່ນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການແກ້ໄຂ ໃນເວລາມີຂໍ້ ຂັດແຍ້ງກັນເກີດຂຶ້ນ ແລະ ເຮັດໃຫ້ປະຊາຊົນຂາດຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ-ລັດ.
ທ່ານ ນາງ ທະວີໄຊ ພະສະທານ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ເວົ້າວ່າ: ການນຳໃຊ້ທີ່ດິນຂອງປະຊາຊົນຈຳນວນໜຶ່ງ ຍັງພົບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນ ຜູ້ທີ່ຢາກພັດທະນາທີ່ດິນດັ່ງກ່າວ ພັດຄານຳໃບຕາດິນຊ້ຳຊ້ອນກັນ, ການຂາຍດິນລາມ, ໜອງລວມ ໃຫ້ແກ່ນັກທຸລະກິດ ແລະ ນັກລົງທຶນ ຫລື ໃຫ້ການອະນຸມັດໃຫ້ເຊົ່າ, ສຳປະທານທີ່ດິນ ຍັງກວມເອົາ ເຂດດິນທີ່ປະຊາຊົນອາໄສ ແລະ ທຳມາຫາກິນຢູ່. ນອກນີ້, ຜູ້ສຳປະທານແມ່ນຍັງບຸກເບີກເກີນເນື້ອທີ່ດິນສຳປະທານ. ປັດຈຸບັນນີ້, ເນື້ອທີ່ນາທົ່ວປະເທດທັງໝົດ 9 ແສນເຮັກຕາ, ຊຶ່ງຜ່ານມາ ພວກເຮົາໄດ້ນຳໃຊ້ທີ່ດິນກະສິກຳທີ່ເໝາະສົມຕໍ່ການຜະລິດກະສິກຳ, ປູກຝັງ ແລະ ລ້ຽງສັດ ມາເປັນດິນປະເພດອື່ນໆເຊັ່ນ: ດິນປູກໄມ້ອຸດສາຫະກຳ, ດິນປຸກສ້າງ, ດິນອຸດສາຫະກຳ ແລະ ອື່ນໆ. ຖ້າວ່າຮ່າງ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຖືກຮັບຮອງເອົາ ມັນຈະເປັນບ່ອນອີງໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ ໃນການສ້າງກົດໝາຍ ແລະ ນິຕິກຳຕ່າງໆ ໃນການຄຸ້ມຄອງ, ນຳໃຊ້ເນື້ອທີ່ດິນໃນບ້ານ ເຮົາໃຫ້ມີປະສິດທິພາບ ແລະ ຍືນຍົງ, ພ້ອມນີ້, ຍັງຈະຊ່ວຍແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫລຸດໜ້ອຍຖອຍລົງ ຕື່ມອີກ.
ຂ່າວ: ມະນີທອນ, ພາບ: ເກດສະໜາ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...