ໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2018, ທ່ານ ສອນໄຊ ສີພັນດອນ ຮອງນາ ຍົກລັດຖະມົນຕີ ປະທານຄະນະ ກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ສຳນັກງານໃຫຍ່ກຸ່ມ ບໍລິສັດການບິນອະວະກາດ ສປ ຈີນ ທີ່ນະຄອນຫຼວງປັກກິ່ງ ຊຶ່ງເປັນບໍລິສັດໃຫຍ່ມີຫຼາຍສາ ຂາ ຫຼື ບໍລິສັດທີ່ຂຶ້ນກັບ ໜຶ່ງໃນ ນັ້ນ ແມ່ນບໍລິສັດ ໄຊນາ ຣ໊ອກ ເກັດ (China Rocket) ທີ່ເປັນ ໜຶ່ງໃນບໍລິສັດຂາຮຸ້ນດາວທຽມ ລາວ. ກຸ່ມບໍລິສັດ ວິທະຍາສາດ ເຕັກໂນໂລຊີ ການບິນອະວະ ກາດຈີນ (CASC) ແມ່ນລັດ ວິສາຫະກິດທີ່ມີເຕັກໂນໂລຊີ ສູງເປັນເຈົ້າຂອງລິຂະສິດຊັບ ສິນທາງປັນຍາ ຊຶ່ງເປັນຍີ່ຫໍ້ທີ່ ມີຊື່ສຽງໂດ່ງດັງ, ມີຄວາມສາ ມາດຄົ້ນຄວ້າປະດິດສ້າງອັນ ພົ້ນເດັ່ນ ແລະ ແຂ່ງຂັນທີ່ແຂງ ແຮງທີ່ສຳຄັນທີ່ສຸດ, ເປັນ 1 ໃນ ແຖວໜ້າຈຳນວນ 500 ບໍລິສັດ ໃນໂລກ, ໂດຍປະຕິບັດໜ້າທີ່ ທົດສອບການອອກແບບ ແລະ ການຜະລິດ, ຜະລິດຕະພັນອະ ວະກາດ ແລະ ອາວຸດທີ່ເປັນລະ ບົບ ຊຶ່ງໃນນັ້ນ, ລວມທັງຍານ ສົ່ງດາວທຽມທຸກຊະນິດ, ຍານ ອະວະກາດທີ່ມີຄົນຂັບ, ຍານ ອະວະກາດຂົນສົ່ງວັດຖຸ, ພາ ຫະນະສຳຫຼວດຊ່ວງເລິກອະ ວະກາດ, ສະຖານີອະວະກາດ ແລະ ອື່ນໆ.
ສຳລັບສະຖາບັນເຕັກໂນ ໂລຊີ ກໍແມ່ນໜຶ່ງໃນສາຂາຂອງ ກຸ່ມບໍລິສັດ ວິທະຍາສາດເຕັກ ໂນໂລຊີ ການບິນອະວະກາດ ຈີນ ທີ່ເປັນສູນກາງຜະລິດຍານ ສົ່ງອາວຸດ ແລະ ລູກສອນໄຟ ໃຫຍ່ທີ່ສຸດຂອງປະເທດຈີນ ຊຶ່ງ ປະຕິບັດໜ້າທີ່ການທົດສອບ, ການອອກແບບ, ການຄົ້ນຄວ້າ ແລະ ການຜະລິດຢ່າງຄົບຊຸດ. ນອກຈາກນີ້, ຍັງເປັນບ່ອນລິ ເລີ່ມການບິນອະວະກາດປະ ເທດຈີນ. ສ່ວນບໍລິສັດ China Rocket ແມ່ນສາຂາຂອງສະ ຖາບັນເຕັກໂນໂລຊີຍານສົ່ງ ແຫ່ງ ສປ ຈີນ ແລະ ເປັນເວທີ ສາກົນໜຶ່ງໃນດ້ານການບິນອະ ວະກາດແບບທຸລະກິດ ແລະ ຫັນການນຳໃຊ້ເຕັກໂນໂລຊີ ອະວະກາດຈີນໄປສູ່ສາກົນ ໂດຍການບໍລິການທຸລະກິດຫຼັກ ແມ່ນການບໍລິການສົ່ງດາວ ທຽມ, ການນຳໃຊ້ລະບົບເຄືອ ຂ່າຍຂໍ້ມູນຂ່າວສານ ເພື່ອສື່ ສານເຊື່ອມຕໍ່ທັງພາກອະວະ ກາດ ແລະ ທັງພາກພື້ນດິນ ເວົ້າລວມ, ເວົ້າສະເພາະ, ເປັນ ຜູ້ຮັບເໝົາລວມໂຄງການດາວ ທຽມລາວ ແລະ ເປັນຂາຮຸ້ນຮ່ວມ ບໍລິສັດດາວທຽມລາວ ເອເຊຍ- ປາຊີຟິກ ຈຳກັດອີກດ້ວຍ.
ທ່ານ ຫານ ສິ້ງຜິ້ງ ຮອງ ປະທານສະພາບໍລິຫານ ບໍລິ ສັດ China Rocket ໄດ້ລາຍ ງານສະພາບການດຳເນີນທຸ ລະກິດຂອງບໍລິສັດ Laosat ໃຫ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຊາບວ່າ: ໃນວັນທີ 21 ພະຈິກ 2015 ໄດ້ສົ່ງດາວທຽມ Laosat 1 ສູ່ຍານອະວະກາດ ປະສົບຜົນສຳເລັດ ແລະ ໃນວັນ ທີ 25 ກຸມພາ 2016 ບໍລິສັດ ດາວທຽມລາວ ກໍໄດ້ຮັບການ ສ້າງຕັ້ງຂຶ້ນ ຊຶ່ງມີ 4 ພາກສ່ວນ ຮ່ວມຮຸ້ນນຳກັນ ໜຶ່ງໃນນັ້ນ ກໍມີ ລັດຖະບານລາວ.
ໂຄງການ ດາວທຽມລາວ ແມ່ນໝາກຜົນ ທີ່ສະແດງເຖິງສາຍພົວພັນຄູ່ ຮ່ວມມືຍຸດທະສາດຮອບດ້ານ ທີ່ໄດ້ຮັບການສະໜັບສະໜູນ ແລະ ການຊຸກຍູ້ຊ່ວຍເຫຼືອຂອງ ການນຳຂັ້ນສູງ ຂອງສອງປະ ເທດ ລາວ-ຈີນ ຕະຫຼອດມາ. ໃນໄລຍະຜ່ານມາ ດາວ ທຽມລາວ ໄດ້ປະກອບສ່ວນ ຊຸກຍູ້ການພັດທະນາຂະແໜງ ວິທະຍາສາດ ແລະ ເຕັກໂນໂລ ຊີ ລະດັບສູງຂອງປະເທດລາວ ແລະ ພາຍຫຼັງທີ່ໄດ້ປ່ອຍສູ່ວົງ ໂຄຈອນ ກໍໄດ້ເລີ່ມປ່ອຍສັນ ຍານໃຫ້ບໍລິການ ໂດຍແມ່ນ ລັດຖະບານລາວ ແລະ ບໍລິສັດ ຈີນ ໄດ້ຮ່ວມກັນສ້າງຕັ້ງເປັນບໍ ລິສັດຮ່ວມທຶນ ມິອາຍຸການນຳ ໃຊ້ 15 ປີ ໂດຍຖືເອົາຕະຫຼາດ ລາວ ເປັນຈຸດເລີ່ມຕົ້ນ ແລະ ຂະ ຫຍາຍຕະຫຼາດໂທລະຄົມມະ ນາຄົມທາງດາວທຽມໄປໃນຂົງ ເຂດອະນຸພາກພື້ນກວມເອົາ ຫຼາຍກວ່າ 30 ປະເທດ ໃນອາຊີ ທີ່ນອນໃນແຖບເສດຖະກິດ ເສັ້ນທາງສາຍໄໝ ເພື່ອອຳ ນວຍຄວາມສະດວກໃຫ້ແກ່ ການຖ່າຍທອດສົດໂທລະພາບ ຜ່ານດາວທຽມ, ທັງເປັນການ ເຕົ້າໂຮມເອົາລະບົບໂທລະຄົມ ມະນາຄົມດ້ານດາວທຽມ, ບໍລິ ການທາງເຂົ້າຈຸດເຊື່ອມອິນເຕີ ເນັດບໍ່ໃຊ້ສາຍ ດ້ວຍຄວາມໄວ ສູງ ແລະ ບໍລິການອື່ນໆ.
ມາ ຮອດປັດຈຸບັນ, ເປັນໄລຍະເວ ລາກວ່າ 3 ປີ ບໍລິສັດສາມາດ ບໍລິການຮັບ-ສົ່ງໂທລະພາບ ຈຳນວນ 130 ຊ່ອງ ຊຶ່ງລວມມີ ຊ່ອງລາວ, ຈີນ ແລະ ຊ່ອງຕ່າງ ປະເທດ ໂດຍສາມາດຕອບ ສະໜອງຄວາມຕ້ອງການຮັບ ຊົມໂທລະພາບຂອງປະຊາຊົນ ລາວ ຊຶ່ງມີລູກຄ້າຈຳນວນ 30 ພັນຄອບຄົວ ແລະ ວາງແຜນ ຈະພະຍາຍາມສູ້ຊົນໃຫ້ໄດ້ລູກ ຄ້າ 5 ແສນຄອບຄົວ ໃນຕໍ່ໜ້າ. ນອກຈາກຜົນສຳເລັດທີ່ກ່າວ ມານັ້ນ, ບໍລິສັດຍັງເຫັນວ່າມີສິ່ງ ທ້າທາຍຈຳນວນໜຶ່ງເປັນຕົ້ນ ຈຳນວນປະລິມານອັດຕາການ ເຊົ່າຊົມໃຊ້ຂອງຈຳນວນປະຊາ ກອນ ພາຍໃນປະເທດລາວ ຍັງເຫັນວ່າຕ່ຳເນື່ອງຈາກວ່າ ຍັງມີອຸປະກອນຮັບ-ສົ່ງສັນ ຍານທີ່ນຳເຂົ້າຈາກຫຼາຍພາກ ສ່ວນ ຊຶ່ງໄດ້ເຮັດໃຫ້ມີຜົນກະ ທົບທາງດ້ານລາຍຮັບຂອງບໍລິ ສັດໂດຍກົງ. ໃນໂອກາດດັ່ງກ່າວ ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ ສະແດງຄວາມຂອບໃຈຕໍ່ລັດ ຖະບານຈີນ ທີ່ໄດ້ສ້າງເງື່ອນໄຂ ໃຫ້ລາວ ໄດ້ມີສິດນຳໃຊ້ວົງໂຄ ຈອນຂອງຕົນເອງ ຊຶ່ງຂົງເຂດ ອະວະກາດກໍເປັນຂົງເຂດທີ່ສຳ ຄັນທີ່ປະກອບສ່ວນເຮັດໃຫ້ປະ ເທດໃດໜຶ່ງ ມີສະຖຽນລະພາບ ແລະ ໝັ້ນຄົງ ໂດຍສະເພາະ ແມ່ນການພັດທະນາທາງດ້ານ ເຕັກໂນໂລຊີຂໍ້ມູນຂ່າວສານ ອັນໄດ້ກາຍເປັນການປະກອບ ສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ພ້ອມດຽວ ກັນນີ້ ກໍສະແດງຄວາມຍ້ອງຍໍ ຊົມເຊີຍບໍລິສັດ ທີ່ໄດ້ພະຍາຍາມ ສູ້ຊົນບຸກບືນໃນການປະຕິບັດ ວຽກງານດັ່ງກ່າວຈົນໄດ້ຮັບ ຜົນສຳເລັດດີຂຶ້ນເປັນກ້າວໆ.
ໃນໂອກາດດຽວກັນ ເພື່ອເຮັດ ໃຫ້ດາວທຽມລາວໄດ້ຖືກນຳ ໃຊ້ຢ່າງມີປະສິດທິພາບ ແລະ ມີຜົນປະໂຫຍດສູງສຸດທ່ານ ຮອງນາຍົກລັດຖະມົນຕີ ຍັງ ໄດ້ສະເໜີໃຫ້ບໍລິສັດນຳໄປສຶກ ສາຄົ້ນຄວ້າຕື່ມບາງບັນຫາ ຄື:
1. ກ່ຽວກັບກົນໄກການຕະ ຫຼາດ. ນອກຈາກການຕະຫຼາດ ພາຍໃນປະເທດແລ້ວເຫັນຄວນ ຊອກຫາການຕະຫຼາດຢູ່ຕ່າງ ປະເທດຕື່ມອີກ ເພື່ອສາມາດ ສ້າງລາຍຮັບໄດ້ເພີ່ມເນື່ອງ ຈາກວ່າປະຊາກອນຢູ່ພາຍໃນ ປະເທດລາວ ຍັງມີຈຳນວນ ໜ້ອຍ
2. ສະເໜີໃຫ້ບໍລິສັດ ເອົາໃຈໃສ່ໂຄສະນາເຜີຍແຜ່ໃນ ສັງຄົມ ໃນເບື້ອງຕົ້ນອາດຈະເນັ້ນ ໃສ່ປະລິມານລູກຄ້າກ່ອນລາຍ ຮັບຄຽງຄູ່ກັບການປັບປຸງບັນ ດາຊ່ອງລາຍການໃຫ້ມີລາຍ ການທີ່ດີ ແລະ ມີຄວາມຮູ້ແກ່ ຜູ້ຊົມໃຊ້.
ສິ່ງສຳຄັນແມ່ນເລັ່ງ ໃສ່ປະຊາຊົນທີ່ຢູ່ເຂດຊົນນະ ບົດຫ່າງໄກສອກຫຼີກເພື່ອສ້າງ ເງື່ອນໄຂໃຫ້ແກ່ເຂົາເຈົ້າອາດ ຈະມີກົນໄກ ຫຼື ນະໂຍບາຍທາງ ດ້ານລາຄາລະຫວ່າງເຂດຕ່າງໆ ເນື່ອງຈາກວ່າປະຊາຊົນຢູ່ໃນ ເຂດຊົນນະບົດມີລາຍຮັບ ໜ້ອຍທັງເປັນຂໍ້ສະດວກໃຫ້ ແກ່ການເຜີຍແຜ່ໂຄສະນາ ແນວທາງ, ນະໂຍບາຍຂອງ ພັກ-ລັດຖະບານລາວລົງສູ່ ຮາກຖານຕົວຈິງ. ຄຽງຄູ່ກັບ ການສຶກສາເກັບກຳຂໍ້ມູນບັນ ດາລາຍການທີ່ຜູ້ຊົມໃຊ້ຢູ່ພາຍ ໃນລາວສ່ວນຫຼາຍມີຄວາມ ຕ້ອງການຫຍັງແທ້. ແນວໃດ ກໍຕາມໃນອະນາຄົດຍັງເຊື່ອ ໝັ້ນວ່າການບໍລິການຂອງບໍລິ ສັດດາວທຽມ Lao-sat 1 ຈະ ມີຄຸນນະພາບດີຂຶ້ນ ແລະ ສິ່ງ ສຳຄັນຈະມີຕະຫຼາດພາຍໃນ ກວ້າງຂວາງ ແລະ ເພີ່ມຂຶ້ນຕາມ ລຳດັບເປັນກ້າວໆ ເພື່ອປະກອບ ສ່ວນສ້າງລາຍຮັບເຂົ້າງົບປະ ມານຫຼາຍຂຶ້ນເລື້ອຍໆ.

No comments:
Post a Comment