ທັງນີ້ ລາຍງານຂອງເອສໂອເອຊອາຣບໍ່ໄດ້ໃຫ້ລາຍລະອຽດທີ່ຊັດເຈນກ່ຽວກັບເຂດຄວາມເສຍຫາຍ ແຕ່ບໍ່ໄດ້ລະບຸວ່າເປັນຄັ້ງແລກໃນຮອບເກືອບ 1 ປີ ທີ່ກອງທັບຣັດເຊຍປະຕິບັດການທາງທະຫານບໍລິເວນນີ້ ນັບຕັ້ງແຕ່ມີຂໍ້ຕົກລົງຢຸດຍິງແບບໄຕພາຄີລະຫວ່າງອາເມລິກາ ກັບຣັດເຊຍ ແລະຈໍແດນ ໂດຍໄດ້ຮັບຄວາມສະໜັບສະໜູນຈາກທັງລັດຖະບານ ແລະຝ່າຍກະບົດເມື່ອເດືອນກໍລະກົດປີຜ່ານມາ ຢ່າງໃດກໍ່ຕາມ ເອສໂອເອຊອາຣວິເຄາະດ້ວຍວ່າປະຕິບັດການໂຈມຕີທາງອາກາດຂອງກອງທັບຣັດເຊຍໃນຄັ້ງນີ້ເປັນການເປີດທາງໃຫ້ກັບປະຕິບັດການພາກພື້ນດິນຂອງກອງທັບຊີເຣຍໃນການຢຶດບໍລິເວນດັ່ງກ່າວກັບຄືນຈາກກອງທັບປົດປ່ອຍຊີເຣຍ (ເອຟເອສເອ) ທີ່ອ່ອນກຳລັງລົງມາ ນອກຈາກນີ້ ພື້ນທີ່ດັ່ງກ່າວຍັງເປັນຈຸດເຊື່ອມຕໍ່ກັບຊາຍແດນຂອງຈໍແດນ ແລະທີ່ຮາບສູງໂກລັນ ຊື່ງເປັນພື້ນທີ່ພິພາດລະຫວ່າງຊີເຣຍກັບອິດສະຣາເອລດ້ວຍ
ແມ່ນວ່າອາເມລິກາສະແດງຄວາມບໍ່ພໍໃຈ ແລະເຕືອນຣັດເຊຍລວມເຖິງລັດຖະບານດາມັສກັສມາຕະຫຼອດ ໃນກໍລະນີທີ່ສະຖານະການສູ້ຮົບໃນພາກໃຕ້ຂອງຊີເຣຍທະວີຄວາມຮຸນແຮງ ເນື່ອງຈາກເປັນເຂດອິດທິພົນຂອງຝ່າຍກະບົດທີ່ລັດຖະບານວໍຊິງຕັນໃຫ້ຄວາມສະໜັບສະໜູນຢູ່ ຢ່າງໃດກໍ່ຕາມ ສະມາຊິກລະດັບສູງຂອງເອຟເອສເອເປີດເຜີຍກັບສຳນັກຂ່າວຣອຍເຕີ ກ່ຽວກັບການໄດ້ຮັບຈົດຫມາຍແຈ້ງຈາກລັດຖະບານວໍຊິງຕັນ ມີໃຈຄວາມພຽງວ່າ “ຢ່າຄາດຫວັງກັບຄວາມສະໜັບສະໜູນທາງທະຫານຈາກອາເມລິກາ ໃນການຮັບມືກັບການປະຕິບັດການທາງທະຫານຂອງກອງທັບຊີເຣຍ ແລະຣັດເຊຍ”



No comments:
Post a Comment