Sunday, 24 June 2018

ເປັນເລື່ອງ ! ຊື້ປາຫຍັດເຫຼັກ ຢູ່ຕະຫຼາດສວນມອນ ຂ່າວດັງຂ້າມຄືນ

ຜູ້ໃຊ້ເຟສບຸກຊື່ ດ່ອງນະພາ ໄດ້ເລົ່າເຫດການໃນມື້ເຊົ້ານີ້ 24/6/2018 ວ່າ: ແມ່ຂ້ອຍໄປຊື້ປາຢູ່ຕະຫລາດສວນມອນ ປາຊັ່ງໄດ້ 9 ຂີດເຄີ່ງ ລາຄາ 95.000 ກີບ ບາດລາວມາຄົວລະເຫັນລູກຕີນມອງ 28 ອັນ ແລະຫີນ 2 ກ້ອນ ໃຜທີ່ມັກຊື້ປາໂຕໃຫຍ່ໃຫ້ມີສະຕິເດີ ສໍ່ານີ້ຖືວ່າເຈົ້າກະບໍ່ຈະເລີນດອກ(ຜູ້ຂາຍປາ).
ເຫດການດັ່ງກ່າວມີຜູ້ແຊຕໍ່ຢ່າງຫລວງຫລາຍ ແລະມີການສະແດງຄໍາຄິດເຫັນຕໍ່ວ່າຜູ້ກະທຳການຫຍັດເຫຼັກໃສ່ທ້ອງປາວ່າ ເປັນຄົນເຫັນແກ່ໄດ້ ເຫັນແກ່ເງິນ ຂີ້ລັກມັກໂລບ ຈົນລືມສິນທຳ.




No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...