Thursday, 21 June 2018

ສະພາແຫ່ງຊາດ ຮັບຮອງຮ່າງກົດໝາຍ ວ່າດ້ວຍປ້າຍ

ຂ​ປ​ລ. ສະ​ພາ​ແຫ່ງ​ຊາດ ໄດ້ຮັບ​ຮອງ​ກົດ​ໝາຍ​ວ່າ​ດ້ວຍ​ປ້າຍພາຍ​ຫລັງ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ)  ໄດ້​ສຳ​ເລັດ​ການ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ ຢ່າງ​ຫລາກ​ຫລາຍ ແລະ ກົງ​ໄປ​ກົງ​ມາ,  ພ້ອມ​ທັງ​ລົງ​ເລິກ​ ໃນ​ຫລາຍ​ໝວດ​ຫລາຍ​ມາດ​ຕາ  ​ຕະ​ຫລອດ​ໜຶ່ງວັນ  ເຮັດ​ໃຫ້​ຮ່າງ​ກົດໝາຍ​ສະ​ບັບ​ນີ້  ​ມີ​ເນື້ອ​ໃນ​ຄົບ​ຖ້ວນ ແລະ ສົມ​ບູນ​ຂຶ້ນ,  ​ເຊິ່ງ​ບັນ​ດາ ສ​ສ​ຊ  ສາ​ມາ​ຮັບ​ຮອງເອົາ ໃນ​ກອງປະຊຸມສະໄໝສາມັນເທື່ອທີ 5  ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 21 ມິຖຸນາ 2018  ດ້ວຍ​ຄວາມ​ເປັນ​ເອ​ກະ​ພາ​ບ.
     ການ​ປະ​ກອບ​ຄຳ​ຄິດ​ຕໍ່​ຮ່າງ​ກົດ​ໝາ​ຍວ່າ​ດ້ວຍ​ປ້າຍ  ບັນ​ດາ ສ​ສ​ຊ ໄດ້​ມີ​ຄວາມ​ສົນ​ໃຈ​ ແລະ ສະ​ເໜີ ​ໃຫ້​ມີ​ການ​ປັບ​ຄືນໃນ​ຫລາຍ​ປະ​ເດັນ  ເປັນ​ຕົ້ນ​ການ​ກຳ​ນົດ​ປະ​ເພດ ແລະ ຊະ​ນິດ​ປ້າຍ;  ເນື້ອ​ໃນ​, ພື້ນ​ສີ, ຕົວ​ໜັງ​ສື ແລະ ຄວາມ​ຊັດ​ເຈນ​ຂອງ​ປ້າຍ;  ການ​ຕິດ​ຕັ້ງ, ຂະ​ໜາດ, ກຳ​ນົດ​ເວ​ລາ​ການ​ນຳ​ໃຊ້​ການ​ນຳ​ໃຊ້ ແລະ ການ​ນຳ​ເຂົ້າ-ສົ່ງ​ອອກ​ປ້າຍ.  ພ້ອມນີ້, ສ​ສ​ຊ ຍັງ​ໄດ້​ລົງ​ເລີກ​ບັນ​ຫາ​ອື່ນໆ ​ຕື່ມ​ອີກ ເຊັ່ນ: ຂັ້ນ​ຕອນ​ການ​ອະ​ນຸ​ຍາດ  ແລະ ການ​ດຳ​ເນີນ​ທຸ​ລະ​ກິດ​ປ້າຍ,  ​ການ​ປ່ຽນ​ແປງ, ການ​ໂຈະ​ຊົ່ວ​ຄາວ  ແລະ ຍົກ​ເລີກການ​ດຳ​ເນີນ​ທຸ​ລະ​ກິດ​ປ້າຍ,  ລວມ​ທັງແກ້​ໄຂ​ຂໍ້​ຂັດ​ແຍ່ງ,  ການ​ຄຸ້ມ​ຄອງກວດ​ກາ​ປ້າຍ  ແລະ ອື່ນໆ ເຊິ່ງ​ໃນ​ໄລ​ຍະ​ຜ່ານ​ມາ  ເຫັນ​ວ່າ​ຍັງ​ມີ​ຄວາມ​ສັບ​ສົນ,  ຫຍຸ້ງ​ຍາກ​ພໍ​ສົມ​ຄວນ,  ​ນັບ​ທັງບັນ​ຫາ​ຄວາມບໍ່​ເປັນ​ລະ​ບຽບ​ຮຽບ​ຮ້ອຍ  ແລະ ການ​ນຳ​ໃຊ້​ພາ​ສາ  ເຫັນ​ວ່າ​ຍັງ​ບໍ່​ທັນ​ຖືກ​ຕ້ອງ​ເທົາ​ທີ່​ຄວນ;  ຄວນ​ກຳ​ນົດ​ລະ​ອຽດ  ກ່ຽວ​ກັບສິດ ແລະ ໜ້າ​ທີ່  ຂອງ​ຂະ​ແໜງ​ການ, ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ  ແລະ ພາກ​ສ່ວນ​ອື່ນ  ໃນ​ການ​ຄຸ້ມ​ຄອງ​ປ້າຍ. ຢ່າງ​ກໍ​ຕາມ ບັນ​ດາ ສ​ສ​ຊ  ກໍ​ໄດ້​ຮັບ​ການ​ຊີ້​ແຈງ ແລະ ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ  ກັບ​ທີ່​ຈາກ​ຄະ​ນະ​ອະ​ນຸ​ກຳ​ມະ​ການ  ຮ່າງ​ກົດ​ໝາຍ ວ່າ​ດ້ວຍ​ປ້າຍຢ່າງ​ມີ​ເຫດ ແລະ ຜົນ.
ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ:   ເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງກົດໝາຍວ່າດ້ວຍປ້າຍ  ແມ່ນເພື່ອເປັນເຄື່ອງມື ໃນການຄຸ້ມຄອງຕິດຕາມ ແລະ ກວດກາ,  ທັງແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ  ໃນການເຄື່ອນໄຫວວຽກງານປ້າຍ​  ໃຫ້ເປັນເອກະພາບໃນທົ່ວປະເທດ;  ທັງຊຸກຍູ້ ແລະ ສົ່ງເສີມການພັດທະນາກ່ຽວກັບປ້າຍ  ດ້ວຍນິຕິກຳເປັນການຊຸກຍູ້ ໃຫ້ທຸກພາກສ່ວນຕັ້ງໜ້າເຂົ້າໃນການຄົ້ນຄ້ວາ,  ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ  ທີ່ທັນສະໄໝເຂົ້າໃນການສ້າງ,  ອອກແບບຜະລິດ,ຕິດຕັ້ງ ແລະ ພັດທະນາປ້າຍ  ໃຫ້ມີຄວາມຖືກຕ້ອງເໝາະສົມໃນທຸກດ້ານ.  ການສ້າງກົດໝາຍສະບັບນີ້, ເປັນການຕອບສະໜອງ ດ້ານຂໍ້ມູນ-ຂ່າວສານໃຫ້ສັງຄົມຮັບຮູ້ ເຖິງຜະລິດຕະພັນ ແລະ ການບໍລິການດ້ວຍປ້າຍ,  ​ທັງເປັນການຊຸກຍູ້ສົ່ງເສີມ ຄຸນຄ່າຜະລິດຕະພັນດ້ານພູມປັນຍາ  ເພື່ອປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດນຳດ້ວຍ.  ສິ່ງສຳຄັນ ຈະເປັນການສ້າງຄວາມ ເປັນລະບຽບຮຽບຮ້ອຍ​ ແລະ ຄວາມສວຍງາມ ໃນຕົວເມືອງ ແລະ ທ້ອງຖິ່ນ,  ທັງຈະເປັນບ່ອນອີງ ໃຫ້ແກ່ເຈົ້າໜ້າທີ່ພາກລັດ  ແລະ ຜູ້ປະກອບກິດຈະການກ່ຽວກັບປ້າຍ  ໃຫ້ສອດຄ່ອງກັບກົດໝາຍ.
ຢ່າງໃດກໍຕາມ ທ່ານ ບໍ່​ແສງ​ຄຳ ວົງ​ດາ​ລາ  ຍັງໄດ້ຊີ້ໃຫ້ເຫັນບັນຫາຄົງຄ້າງ  ແລະ ສິ່ງຫຍໍ້ທໍ້ໃນການນຳຄຸ້ມ​ຄອງ​ປ້າຍ  ໃນໄລຍະຜ່ານມາເປັນຕົ້ນ  ແມ່ນການໂຄສະນາ ແລະ ການບໍລິການ  ຍັງສະແດງໃຫ້ເຫັນຮູບພາບ  ແລະ ສັນຍາລັກ ທີ່ບໍ່ສອດຄ່ອງກັບວັດທະນະທຳອັນດີງາມຂອງຊາດ,  ຜູ້ປະກອບການທຸລະກິດຈຳນວນໜຶ່ງ  ໄດ້ອອກແບບຜະລິດຕິດຕັ້ງປ້າຍ  ດ້ວຍການນຳໃຊ້ວິທະຍາສາດ  ແລະ ເຕັກໂນໂລຊີ ທີ່ທັນສະໄໝ​ ແຕ່ຍັງເຮັດພໍໃຜພໍລາວ  ບໍ່ໄດ້ຮັບການອະນຸຍາດ ແລະ ການກວດກາ  ຢ່າງເປັນປົກກະຕິການໂຄສະນາດ້ວຍປ້າຍ  ຍັງບໍ່ມີຄວາມຫລາກຫລາຍຮູບແບບ,  ສີສັນ ແລະ ການນຳໃຊ້ຫລັກພາສາລາວ  ຍັງບໍ່ຖືກຕ້ອງ,  ການໂຄສະນາຍັງໄປຕາມກະແສນິຍົມ  ໂດຍບໍ່ມີການເລືອກເຟັ້ນ,  ທັງມີແນວຄິດຖືເບົາຕໍ່​​ເນື້ອໃນ​.  ພ້ອມນັ້ນຍັງສັງເກດເຫັນວ່າ  ປ້າຍ​​ໂຄສະນາເຜີຍແຜ່ແນວທາງນະໂຍບາຍ​,  ກົດໝາຍລະບຽບການ ແລະ ຮູບພາບຕ່າງໆ  ເຫັນວ່າຍັງມີໜ້ອຍ ໃນຂອບເທດທົ່ວປະເທດຫລາຍທ້ອງຖິ່ນ,  ຫລາຍຕົວເມືອງ ແລະ ຫລາຍເສັ້ນທາງ  ຍັງຂາດປ້າຍຊີ້ບອກ ທີ່ຈຳເປັນຂັ້ນພື້ນຖານ ອັນໄດ້ສ້າງຄວາມຫຍຸ້ງຍາກ  ໃນການຊອກຫາສະຖານທີ່  ແລະ ຂໍ້ມູນຂ່າວສານ ທີ່ຈຳເປັນໃຫ້ແກ່ສັງຄົມ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...