Wednesday, 20 June 2018

ສີສະເກດ ເອຟຊີ ຄວ້າ “ເມສຊີລາວ” ສຸອາພອນ ວົງຈຽງຄຳເສີມທີມ

“ກູປຣີ ” ສີສະເກດ ເອຟຊີ ທີມອັນດັບ 10 ຂອງໄທລີກ 2 ຄວ້າຕົວ “ສຸພາພອນ ວົງຈຽງຄຳ” ຫຼື “ເມສຊີລາວ” ເສີມແນວບຸກໃ້ທີມເປັນທີ່ຮຽບຮ້ອຍແລ້ວ ດ້ວຍໂຄຕ້າອາຊຽນ ໂດຍຈະໃສ່ເສື້ອເບີໝາຍເລກ 7 ພ້ອມລົງສະໜາມຮ່ວມທີມໃນທ້າຍອາທິດນີ້ (ວັນອາທິດທີ 24 ມິຖຸນາ 2018) ເຊິ່ງສີສະເກດຈະພົບກັບລະຍອງ
ສຳລັບ ສຸອາພອນ ວົງຈຽງຄຳ ປັດຈຸບັນອາຍຸ 26ປີ ເຊິ່ງຫຼິ້ນໄດ້ທັງກອງໜ້າ ແລະ ຕົວແຄມເສັ້ນ ມີຈຸດເດັ່ນຄືຄວາມໄວ ແລະ ທັກສະທີ່ດີເລີດ ເຄີຍເດີນທາງມາຄ້າແຂ່ງໃນລີກໄທຫຼາຍສະໂມສອນເຊັ່ນ: ສະໂມສອນ ບີອີຊີ ເທໂຣສາສະນະ, ກະບີ່ ເອຟຊີ, ພິດສະນຸໂລກ ເອຟຊີ, ກັລຟ໌ ສະລະບູລີ ເອຟຊີ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...