Thursday, 21 June 2018

ພິທີມອບ-ຮັບສິ່ງເສດເຫລືອ ທະຫານອາເມລິກາທີ່ຫາຍ ສາບສູນ ໃນສົງຄາມຢູ່ລາວ

ຂປລ. ໃນວັນທີ 21 ມິຖຸນາ 2018 ທີ່ ສະໜາມບິນສາກົນປາກເຊ  ນະຄອນປາກເຊ ໄດ້ຈັດພິທີມອບ-ຮັບ ສິ່ງເສດເຫລືອ ຂອງທະຫານອາເມລິກາ ທີ່ເສຍຊິີວິດໃນປາງສົງຄາມຢູ່ລາວ  ຈາກຜົນຂອງ ການປະຕິບັດງານຮ່ວມ ລາວ-ອາເມລິກາ  ໃນວຽກງານສຳຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາ  ໃນປາງສົງຄາມຢູ່ລາວ (MIA), ຄັ້ງທີ 04 ປະຈໍາສົກ ປີ 2017-2018 ຢູ່ ເມືອງບົວລະພາ  ແຂວງຄຳມ່ວນ.
ເປັນກຽດເຂົ້າຮ່ວມ ໃນພິທີມອບ-ຮັບ ໃນຄັ້ງນີ້,  ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະ ນະລັດປະຊາທິປະໄຕ ປະຊາຊົນລາວ  ແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະ ຊວງການຕ່າງປະເທດຜູ້ຊີ້ນຳວຽກງານ MIA ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ແກ່ລັດຖະບານ  ສະຫະລັດ ອາເມລິກາ ແມ່ນ ທ່ານ ນາງ Rena Bitter ເອກອັກຄະລັດຖະທູດ  ແຫ່ງ ສະຫະລັດ ອາເມລິກາ  ປະຈຳ ສປປ ລາວ, ເປັນຜູ້ກ່າວຮັບ.
ໃນພິທີດັ່ງກ່າວ, ຍັງມີເຈົ້າໜ້າທີ່ຂັ້ນສູງ  ຈາກກະຊວງການຕ່າງປະເທດ, ກະ ຊວງປ້ອງກັນປະເທດ,  ພ້ອມດ້ວຍເຈົ້າໜ້າທີ່ໆກ່ຽວຂ້ອງຂອງແຂວງ ແລະ ຄະນະວິຊາການ ລາວ-ອາເມລິກາ ທີ່ປະຕິບັດ ວຽກງານຕົວຈິງ ໃນພາກສະໜາມ ເຂົ້າຮ່ວມນໍາ.
ໂດຍສືບຕໍ່ປະຕິບັດນະໂຍບາຍ ດ້ານມະນຸດສະທຳ ອັນສະເໝີຕົ້ນສະເໝີປາຍ ຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ທີ່ມີຕໍ່ຄອບຄົວກໍ່ຄືຍາດພີ່ນ້ອງຂອງຜູ້ຫາຍສາບສູນ ໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານອາເມລິກາ  ໃນການແກ້ໄຂບັນຫາດັ່ງກ່າວ, ໃນໄລຍະຜ່ານມາຈົນເຖິງປັດຈຸບັນ  ການຮ່ວມມືສອງຝ່າຍ ລາວ-ອາເມລິກາ  ໃນວຽກງານສໍາຫລວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາ  ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ສາມາດຄົ້ນພົບສິ່ງເສດເຫລືອ ທະຫານອາເມ ລິກາ ທີ່ເສຍຊີວິດຢູ່ລາວໄດ້ແລ້ວຈຳນວນ 282 ຄົນ  ແລະ  ຍັງເຫລືອອີກຈຳນວນ 291 ຄົນ ຈາກຈຳນວນທັງໝົດ 573 ຄົນ  ຊຶ່ງຈະໄດ້ຮ່ວມມືກັນສືບຕໍ່ສໍາຫລວດ ແລະ ຄົ້ນຫາໃນການປະຕິບັດງານຄັ້ງຕໍ່ໄປ.
       ເວົ້າລວມແລ້ວຕະຫລອດໄລຍະ 30 ກວ່າປີ ແຫ່ງການຮ່ວມມື ສອງຝ່າຍ ລາວ-ອາເມລິກາ  ໃນວຽກງານຊອກຫາຄົນອາເມລິກາ  ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ   ແມ່ນໄດ້ຮັບຜົນສຳເລັດ ອັນດີເປັນກ້າວໆມາ  ກໍ່ຍ້ອນການຮ່ວມມືຢ່າງຈິງໃຈຂອງລັດຖະບານ ກໍຄື ເຈົ້າໜ້າທີ່ຂອງລາວທຸກໆຂັ້ນ ແຕ່ສູນກາງຈົນຮອດທ້ອງຖິ່ນ, ລວມທັງປະຊາຊົນບັນດາ ເຜົ່າຢູ່ທ້ອງຖິ່ນຕ່າງໆ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...