ການແຂ່ງຂັນບານໂລກ 2018 ເປີດສາກຂື້ນແລ້ວຢ່າງຍິ່ງໃຫຍ່ ທີ່ສະໜາມລຸຊນິກິ ສະເຕດ້ຽມ ຄວາມຈຸ 81.000 ຄົນ ໃນນະຄອນມອສໂກ ປະເທດຣັດເຊຍ ເມື່ອເວລາ 21:30 ນາທີ ຂອງວັນພະຫັດທີ 14 ມິຖຸນາ ທີ່ຜ່ານມາ ຕາມເວລາປະເທດລາວ ໂດຍມີທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ຮ່ວມເປັນປະທານໃນພິທີ
ສຳລັບພິທີເປີດຄັ້ງນີ້ເນັ້ນໄປທີ່ການສະແດງປະກອບດົນຕີທີ່ສະທ້ອນໃຫ້ເຫັນເຖິງທຸກຢ່າງທີ່ເປັນຣັດເຊຍໂດຍມີນັກສະແດງຮ່ວມປະມານ 500 ຄົນ ໄຮໄລຂອງງານຢູ່ທີ່ໂຊຈາກ ຣ໊ອບບີ ວິລລ້ຽມ ປ໊ອບສະຕາຊື່ດັງຈາກອັງກິດ ທີ່ລົງມາຮ້ອງເພັງຮິດຢ່າງ Let Me Entertain You ,feel ແລະ Rock DJ ລວມທັງການສະແດງຂອງ ໄອດາ ກາຣິຟູລລິນາ ນັກຮ້ອງສຽງໂຊປຣາໂນຊາວຣັດເຊຍ ປິດທ້າຍດ້ວຍການສະແດງດອກໄມ້ໄຟຢ່າງຍິ່ງໃຫຍ່
ສຳລັບການສະແດງທັງໝົດເກືອບ 30 ນາທີ ຫຼື ພຽງເຄິ່ງຊົ່ວໂມງກ່ອນທີ່ເກມນັດເປີດສະໜາມລະຫວ່າງ ຣັດເຊຍ ຊາດເຈົ້າພາບກັບ ຊາອຸດິອາຣາເບຍ ແລະ ຈະເລີ່ມແຕະໃນເວລາ 22 :00 ນາທີ ຕາມເວລາປະເທດລາວ
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...













No comments:
Post a Comment