ພະນັກງານຂ່າວສານ-ສື່ມວນຊົນຈາກກຳປູເຈຍ ລາວ ມຽນມາ ແລະ ໄທ ເຂົ້າຮ່ວມສຳມະນາສຳລັບພະນັກງານຂ່າວສານ-ສື່ມວນຊົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 1 ຈັດໂດຍກຸ່ມກິດຈະການໜັງສືພິມລາຍວັນແຂວງຢູນນານ ສປ ຈີນ (Yunnan Daily Press Group YDPG) ການສຳມະນາຄັ້ງນີ້ ແນໃສ່ເປັນການແລກປ່ຽນບົດຮຽນ ແລະ ປະສົບການດ້ານສື່ ເພື່ອເຮັດໃຫ້ວຽກງານດັ່ງກ່າວໃນຂົງເຂດ ໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວ ແລະ ມີປະສິດທິຜົນ.
ທ່ານນາງ ລີຊຽນ ຮອງຫົວໜ້າພະແນກໂຄສະນາຄະນະພັກແຂວງ ຫົວໜ້າຫ້ອງການຂ່າວສານອຳນາດການປົກຄອງແຂວງຢູນນານ ກ່າວວ່າ: ການເຝິກອົມຮົມຄັ້ງນີ້ແນໃສ່ເປັນເວທີແລກປ່ຽນບົດຮຽນ ແລະ ປະສົບການ ທັງເປັນການເສີມສ້າງການຮ່ວມມືລະຫວ່າງພະນັກງານຂ່າວສານ-ສື່ບັນດາປະເທດແມ່ນ້ຳຂອງ ກັບກຸ່ມກິດຈະການໜັງສືພິມລາຍວັນແຂວງຢູນນານ ເຊິ່ງຈະມີການແລກປ່ຽນທາງດ້ານຂໍ້ມູນຂ່າວສານ ເພື່ອເຮັດໃຫ້ການປະສານງານໃນຂົງເຂດນີ້ມີຄວາມສະໜິດແໜ້ນຍິ່ງຂຶ້ນ ແລະ ຫວັງວ່າການຈັດສຳມະນາເທື່ອນີ້ ຈະສາມາດຕອບສະໜອງໄດ້ດ້ານຕ່າງໆ ພ້ອມເປັນຈຸດໃຈກາງໃນການປະສານງານໃຫ້ບັນດາສື່ມວນຊົນໃນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ພ້ອມນັ້ນ ກໍ່ຫວັງວ່າສື່ມວນຊົນທີ່ເຂົ້າຮ່ວມໃນການສຳມະນາຄັ້ງນີ້ ຈະສຸມໃສ່ຕັ້ງໜ້າປະຕິບັດວຽກງານ ເພື່ອປະກອບສ່ວນຢ່າງແຂງແຮງເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ລະຫວ່າງປະຊາຊົນໃນຂົງເຂດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໂດຍສຸມໃສ່ໂຄສະນາກ່ຽວກັບກົນໄກການຮ່ວມມື ເພື່ອນຳໄປສູ່ຜົນປະໂຫຍດ ແລະ ການເຄົາລົບສິດຜົນປະໂຫຍດເຊິ່ງກັນ ແລະ ກັນ.
ທ່ານ ລົງ ເຊັງ ທີ່ປຶກສາ ທັງເປັນຮອງຫົວໜ້າຫ້ອງການບໍລິຫານການເງິນ ກະຊວງຖະແຫຼງຂ່າວແຫ່ງ ຣາຊະອານາຈັກກຳປູເຈຍ ກ່າວວ່າ: ການສຳມະຄັ້ງນີ້ຈັດຂຶ້ນເປັນເທື່ອທຳອິດສຳລັບພະນັກງານຂ່າວສານ ແລະ ສື່ມວນຊົນພາກລັດ ຈາກບັນດາປະເທດພາກພື້ນແມ່ນ້ຳຂອງ ເຊິ່ງຈະປະກອບສ່ວນສຳຄັນເຂົ້າໃນການເສີມສ້າງຄວາມເຂົ້າໃຈລະຫວ່າງສື່ມວນຊົນຈາກ ສປ ຈີນ ແລະ ບັນດາປະເທດແມ່ນ້ຳຂອງ ເຊິ່ງລວມເຖິງສື່ຂອງປະເທດພວກຂ້າພະເຈົ້າເອງ ແລະ ຈະສ້າງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ກັບການຮ່ວມມືລະຫວ່າງ ສປ ຈີນ ແລະ ບັນດາປະເທດແມ່ນ້ຳຂອງ.
ສຳລັບການສຳມະນາຄັ້ງນີ້ຈັດຂຶ້ນທີ່ນະຄອນຄຸນໝິງ ແຂວງຢູນນານ ໃນວັນທີ 12-19 ມິຖຸນາ 2018 ມີທ່ານ ຢາງຣຸນ ບັນນາທິການໃຫຍ່ ກຸ່ມກິດຈະການໜັງສືພິມລາຍວັນແຂວງຢູນນານ ພ້ອມສຳມະນາກອນ ແລະ ພະນັກງານວິຊາການຂອງກຸ່ມກິດຈະການໜັງສືພິມແຂວງຢູນນານ ເຂົ້າຮ່ວມ.
ຂ່າວ: ນສພ ວຽງຈັນໃຫ່ມ

No comments:
Post a Comment