Thursday, 24 May 2018

ດ່ວນ!! ທຣັມປະກາດຍົກເລີກປະຊຸມສຸດຍອດ ກັບ ຄິມ ຈອງ ອຶນ ທີ່ສິງກະໂປ

ປະທານາທິບໍດີໂດນັນ ທຣັມ ຂອງອາເມລິກາ ຢືນຢັນວ່າຈະບໍ່ມີການປະຊຸມສຸດຍອດກັບ ທ່ານຄິມ ຈອງ ອຶນ ຜູ້ນຳສູງສຸດເກົາຫລີເໜືອ ເດີມທີກຳນົດຈະມີຂື້ນຢູ່ສິງກະໂປໃນວັນທີ 12 ມີຖຸນາ 2018 ໂດຍທຣັມ ໃຫ້ເຫດຜົນວ່າ ການປະຊຸມດັ່ງກ່າວຍັງບໍ່ເໝາະສົມໃນເວລານີ້ ພ້ອມລົງທ້າຍຈົດໝາຍວ່າ ການພາດໂອກາດພົບກັບຜູ້ນຳເກົາຫລີເໜືອຄັ້ງນີ້ ເປັນຫ້ວງເວລາ ທີ່ໜ້າເສົ້າຢ່າງແທ້ຈິງໃນປະຫວັດສາດ
ທຳນຽບປະທານາທິບໍດີ ອາເມລິກາ ເຜີຍແຜ່ຈົດໝາຍຂອງປະທານາທິບໍດີ ທຣັມ ເຖິງ ທ່ານ ຄິມ ຈອງ ອຶນ ຊຶ່ງທ່ານ ທຣັມລະບຸວ່າ ທ່ານຕັ້ງຫນ້າຕັ້ງຕາລໍຄອຍທີ່ຈະໄດ້ພົບກັບ ທ່ານ ຄິມ ໃນສັກວັນໜຶ່ງ ຢ່າງໃດກໍ່ຕາມ ການຕັດສິນໃຈຄັ້ງນີ້ມາຈາກ ຖະແຫລງການສະບັບລ່າສຸດຂອງເກົາຫລີເໜືອ ທີ່ເຕັມໄປດ້ວຍຄວາມແຂງກະດ້າງ ແລະສະແດງ ຄວາມເປັນປໍລະປັກຢ່າງເປີດເຜີຍ
ຄວາມເຄື່ອນໄຫວຄັ້ງນີ້ມີຂື້ນຫລັງຈາກປະທານາທິບໍດີ ທຣັມ ກ່າວວ່າ ມີໂອກາດສູງຫລາຍ ທີ່ການປະຊຸມສຸດຍອດກັບ ທ່ານຄິມ ຈອງ ອຶນ ໃນເດືອນໜ້າອາດຈະບໍ່ເກີດຂື້ນ ໂດຍທ່ານທຣັມກ່າວລະຫວ່າງ ຕ້ອນຮັບປະທານາທິບໍດີມູນ ແຈ ອິນ ແຫ່ງເກົາຫລີໃຕ້ ທີ່ທຳນຽບຂາວ ວ່າ ເກົາຫລີເໜືອຕ້ອງປະຕິບັດຕາມເງື່ອນໄຂທຸກຢ່າງ ການປະຊຸມສຸດຍອດຈຶ່ງຈະເດີນໜ້າຕໍ່ໄປ ແຕ່ຖ້າເກົາຫລີເໜືອບໍ່ປະຕິບັດຕາມ ການປະຊຸມກໍ່ອາດຈະເກີດຂື້ນ “ພາຍຫລັງ”

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...