ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອວັນອັງຄານທີ່ 22 ພຶດສະພາ ເຈົ້າໜ້າທີ່ສືບສວນຂອງສຳນັກງານຄວາມປອດໄພຄົມມະນາຄົມແຫ່ງອອດສະເຕເຣຍ ( ເອທີເອສບີ) ອອກມາຢືນຢັນວ່ານັກບິນຖ້ຽວບິນ “ເອັມເອຊ 370” ຂອງສາຍການບິນມາເລເຊຍ ແອລາຍ ບໍ່ໄດ້ຈົງໃຈບັງຄັບໃຫ້ເຮືອບິນຕົກ ຕາມຂ່າວລື ຫຼືຂໍ້ສັນນິຖານທີ່ຖືກແຜ່ອອກມາຕາມສື່ຕ່າງໆ
ທັງນີ້ ຖ້ຽວບິນ ເອັມເອຊ 370 ຫາຍໄປໃນວັນທີ 8 ມີນາ ປີ 2014 ລະຫວ່າງບິນຈາກນະຄອນກົວລາລຳເປີ ຂອງມາເລເຊຍ ໄປຍັງ ນະຄອນຫລວງປັກກິ່ງຂອງຈີນ ພ້ອມຜູ້ໂດຍສານ ແລະ ຈຸບິນ 239 ຄົນ ໂດຍມີການສືບສວນພົບວ່າ ເຮືອບິນປ່ຽນເສັ້ນທາງບິນມຸ່ງໜ້າລົງໃຕ້ໄປຍັງມະຫາສະໝຸດອິນເດຍ ກ່ອນຈະຫາຍໄປ ເຈົ້າໜ້າທີ່ຂອງອອດສະເຕເຣຍ,ຈີນ ແລະ ມາເລເຊຍ ພະຍາຍາມອອກຕາມຫາແຕ່ກໍ່ບໍ່ພົບຮ່ອງຮອຍນອກຈາກຊາກເຮືອບິນພຽງບໍ່ເທົ່າໃດອັນ ຈົນກະທັ່ງປະຕິບັດການຄົ້ນຫາຖືກຍົກເລີກເມື່ອເດືອນ ມັງກອນ ປີກ່ອນ ລວມເວລາ 1 046 ມື້
ເອທີເອສບີ ຢືນຢັນມາຕະຫຼອດວ່າ ເຮືອບິນໂບອິ້ງລຳນີ້ເສຍການຄວບຄຸມກ່ອນຕົກລົງໄປໃນມະຫາສະໝຸດອິນເດຍ ແລະ ໃນຊ່ວງເວລາສຸດທ້າຍກ່ອນເຮືອບິນຕົກ ນັກບິນໝົດສະຕິໄປແລ້ວ ຢ່າງໃດກໍ່ຕາມ ດ້ວຍຄວາມທີ່ເຈົ້າໜ້າທີ່ສືບສວນບໍ່ສາມາດໃຫ້ຄຳຕອບຊັດເຈນກ່ຽວກັບຄະດີນີ້ໄດ້ ຈຶ່ງເກີດຂໍ້ສັນນິຖານແລະ ທິດສະດີຕ່າງໆ ຂື້ນມາຫຼວງຫຼາຍວ່າເກີດຫຍັງຂື້ນກັບເອັມເອຊ 370 ແລະ ສາມາດສ້າງຄວາມຮືຮາໃນຊ່ວງທີ່ບໍ່ເທົ່າໃດອາທິດທີ່ຜ່ານມາຄື ທິດສະດີທີ່ວ່ານັກບິນສາມາດຄວບຄຸມໄດ້ຢ່າງສົມບູນແບບໃນຕອນທີ່ເຮືອບິນຕົກ ເຊິ່ງລະບຸໃນໜັງສືເຫຼັ້ມໃໝ່ຂອງ ທ່ານ ແລລີ ເວນ ອາດີດເຈົ້າໜ້າທີ່ສືບສວນເຫດເຮືອບິນຕົກທີ່ແຄນາດາ
ທ່ານ ເວນ ລະບຸໄວ້ໃນໜັງສືຂອງເຂົາວ່າ ການສືບສວນຂອງ ເອທີເອສບີ ມີຊ່ອງຫວ່າງ ແລະ ຂໍ່ສະຫຼຸບຂອງພວກເຂົາກັບສິ່ງທີ່ເກີດຂື້ນໃນຊ່ວງເວລາສຸດທ້າຍຂອງ ເອັມເອຊ 370 ນັ້ນຜິດ ແລະ ກ່າວລະຫວ່າງອອກລາຍການ “60Minutes” ໃນອອດສະເຕຣເຣຍ ເມື່ອຊ່ວງຕົ້ນເດືອນ ພຶດສະພາ ທີ່ຜ່ານມາວ່າ “ນັກບິນຂ້າໂຕຕາຍ ໂຊກຮ້າຍ ເຂົາຂ້າຄົນອື່ນໆ ທຸກຄົນເທິງເຮືອບິນ ແລະ ເຂົາເຮັດດ້ວຍຄວາມຈົງໃຈ”
ແຕ່ລ່າສຸດ ທ່ານ ປີເຕີ ໂຟລີ ຜູ້ອຳນວຍການທີມຄົ້ນຫາ ເອທີເອສບີ ກ່າວຕໍ່ໜ້າກອງປະຊຸມລັດຖະສະພາຂອງອອດສະເຕຣເຣຍທີ່ນະຄອນແຄນເບີຣາ ປົກປ້ອງການສືບສວນຂອງ ເອທີເອສບີ ໂດຍຢືນຢັນວ່າເຈົ້າໜ້າທີ່ສືບສວນກວດສອບຂໍ້ສະເໜີແນະ ແລະ ຜົນການວິເຄາະທຸກຢ່າງແລ້ວ “ເຮົາພິຈາລະນາຫຼັກຖານທຸກອັນທີ່ເຮົາມີໃນຕອນນີ້ຢ່າງທ່ຽງທຳ”
ທ່ານ ໂຟລີ ລະບຸອີກວ່າ ເຂົາໄດ້ອ່ານໜັງສືຂອງ ທ່ານ ເວນແລ້ວ “ເຮົາມີຂໍ້ມູນຂ້ອນຂ້າງຫຼາຍທີ່ເຮົາບອກວ່າເຮືອບິນລຳນີ້ຖືກຄວບຄຸມຢູ່ກ່ອນທີ່ເຮືອບິນຈະຕົກຫຼືບໍ່ ແລະ ພົບວ່າມັນບໍ່ໄດ້ຖືກຄວບຄຸມແບບສົມບູນ” ທ່ານໂຟລີກ່າວ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ໃນວັນທີ 12 ກໍລະກົດນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຂັ້ນສູນກາງກ່ຽວກັບການປັບປຸງ ແລະ ສ້ອມແປງ...




No comments:
Post a Comment