ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນເທລອາວີຟ ປະເທດອິດສະຣາເອລເມື່ອວັນທີ່ 12 ພຶດສະພາວ່າ ທ່ານເອວິກຕໍ ລີເບີແມນ ລັດຖະມົນຕີວ່າການຕ່າງປະເທດອິດສະຣາເອລ ລົງພື້ນທີ່ເຂດຍຶດຄອງຂອງອິດສະຣາເອລເທີງພູພຽງໂກລັນ ຊື່ງເປັນພື້ນທີ່ພິພາດກັບຊີເຣຍເມື່ອວັນສຸກທີ່ຜ່ານມາ ແລະກ່າວຮຽກຮ້ອງປະທານາທິບໍດີບາຊາຣ ອັລ-ອັລຊາດ ຂັບໄລ່ “ກອງກຳລັງອີຣ່ານ” ທັງໜົດໃຫ້ອອກໄປຈາກຊີເຣຍ ພ້ອມທັງເຕືອນວ່າການອະນຸຍາດໃຫ້ອີຣ່ານເຂົ້າມາເຄື່ອນໄຫວທາງທະຫານໃນປະເທດ ມີແຕ່ຈະສ້າງບັນຫາໃຫ້ກັບລັດຖະບານດາມັສກັສເອງ
ຂະນະທີ່ກ່ອນໜ້ານັ້ນໃນມື້ດຽວກັນ ນາຍົກລັດຖະມົນຕີເບນຈາມິນ ເນທັນຍາຣູ ຜູ້ນຳອິດສະຣາເອລກ່າວວ່າອີຣ່ານ “ເປັນຝ່າຍລ້ຳເສັ້ນ” ແລະປະຕິບັດການທາງທະຫານຂອງອິດສະຮາເອລ “ຄືການຕອບໂຕ້” ທັງນີ້ ກອງກຳລັງປ້ອງກັນອິດສະຮາເອລ (ໄອດີເອຟ) ສົ່ງຝູງເຄື່ອງບິນຂັບໄລ່ຂ້າມເຂດແດນເຂົ້າໄປຖິ້ມລະເບີດໂຈມຕີເປົ້າໜາຍຫຼາຍແຫ່ງໃນເຂດຊານນະຄອນດາມັສກັສ ແລະພື້ນທີ່ໃກ້ຄຽງເມື່ອຊ່ວງເຊົ້າຂອງວັນພະຫັດທີ່ຜ່ານມາ ໂດຍອ້າງວ່າເປັນໜ່ວຍຮົບພິເສດຄຸດ ຊື່ງເປັນກອງກຳລັງໃນຕ່າງປະເທດຂອງກອງກຳລັງພິທັກປະຕິວັດອີຣ່ານ (ໄອອາຣຈີຊີ) ຍິງຂີປະນາວຸດປະມານ 20 ລູກ ຂ້າມເຂດແດນເຂົ້າມາຍັງພູພຽງໂກລັນກ່ອນ
ານທຳນຽບຂາວອອກຖະແຫຼງການສະໜັບສະໜູນອິດສະຣາເອລ ວ່າອີຣ່ານກຳລັງເປັນໄພຄຸກຄາມຕໍ່ຄວາມໜັ້ນຄົງແລະສະຖຽນລະພາບໃນຕະເວັນອອກກາງຫຼາຍຍິ່ງຂື້ນ ທັງການໂຈມຕີອິດສະລາເອລ ການເຄື່ອນໄຫວໃນຊີເຣຍ ແລະການເຮັດສົງຄາມຕົວແທນໃນເຢເມນຜ່ານກອງກຳລັງຣູຕິ ຢ່າງໃດກໍ່ຕາມ ລັດຖະບານດາມັສກັສຍັງບໍ່ສະແດງທ່າທີ່ຕໍ່ການຮຽກຮ້ອງຂອງອິດສະຣາເອລ ແຕ່ກະຊວງການຕ່າງປະເທດຊີເຣຍໄດ້ອອກຖະແຫຼງການປະນາມອາເມລິກາຢ່ງໜັກ ກໍລະນີຖອນໂຕອອກຈາກຂໍ້ຕົກລົງນິວເຄຼຍອີຣ່ານ





No comments:
Post a Comment