Sunday, 13 May 2018

ສະຫະລັດສະເຫນີຊ່ວຍເສດຖະກິດເກົາຫລີເຫນືອແຕ່ມີເງື່ອນໄຂ

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດສະເຫນີໃຫ້ຄວາມຊ່ວຍເຫລືອດ້ານເສດຖະກິດແກ່ເກົາຫລີເຫນືອ ແຕ່ມີເງື່ອນໄຂຕ້ອງຍົກເລີກໂຄງການນິວເຄຣຍ.
ໄມຄ໌ ພອມປີໂອ, ລັດຖະມົນຕີການຕ່າງປະເທດສະຫະລັດ ສະເຫນີໃຫ້ຄວາມຊ່ວຍເຫລືອດ້ານເສດຖະກິດແກ່ເກົາຫລີເຫນືອແຕ່ມີເງື່ອນໄຂວ່າເກົາຫລີເຫນືອຈະຕ້ອງຍົກເລີກໂຄງການນິວເຄຣຍ ລວມທັງຕ້ອງທຳລາຍຫົວຮົບນິວເຄຣຍທີ່ມີຢູ່ໃນຄອບຄອງທັງຫມົດ ເກົາຫລີເຫນືອຈະຕ້ອງດຳເນີນການໃຫ້ສຳເລັດຢ່າງເປັນຮູບປະທຳໂດຍໄວທີ່ສຸດ ເຖີງແມ່ນວ່າຈະມີການປະຊຸມສຸດຍອດລະຫວ່າງປະທານາທິບໍດີ ໂດນອລ ທຣໍ້າ ກັບ ຄິມ ຈອງ ອືນ.  ແຕ່ຍັງມີຂໍ້ສົງໃສວ່າທັງສອງແມ່ນມີຈຸດຫມຸ່ງຫມາຍທີ່ກົງກັນຫລືບໍ ກ່ຽວກັບການຍົກເລີກໂຄງການອາວຸດນິວເຄຣຍໃນເກົາຫລີເຫນືອ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...