ທ່ານເຈົ້າ ແຂວງໆຊຽງຂວາງ ໄດ້ມີຄຳຄິດຄຳເຫັນໂອ້ລົມຕໍ່ພໍ່ແມ່ປະຊາຊົນພາຍໃນບ້ານ ໃຫ້ທຸ່ນ ທ່ຽງ ຖືເປັນບົດຮຽນອັນສຳຄັນ ຕັ້ງໃຈສ້າງສາພັດທະນາຄອບຄົວ ກະກຽມສ້າງເຮືອນ, ບ່ອນສ້າງເຮືອນໃຫ້ພ້ອມກັນປຶກສາຫາລືກັບຄະນະບ້ານ ກຸ່ມບ້ານເພື່ອສ້າງເຮືອນໃຫ້ເປັນລະບຽບ. ພ້ອມນັ້ນທ່ານເຈົ້າແຂວງຍັງ ສະແດງຄວາມຂອບໃຈທຸກພາກສ່ວນທີ່ໃຫ້ການຊ່ວຍເຫຼືອ ເຖິງຈະຢູ່ໄກ ເສັ້ນທາງລຳບາກ ກໍ່ມາຮອດມາເຖິງ ເຂົ້າຊ່ວຍເຫຼືອ ສະແດງໃຫ້ເຫັນວ່າ ຄົນລາວມີນ້ຳໃຈ ຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ.
ຄະນະເດີນທາງມາຊ່ວຍເຫຼືອໃນຄັ້ງນີ້ມີ ອົງການພຸດທະສາສະໜາສຳພັນ ລາວ, ມູນນິທິຊ່ວຍເຫຼືອຄົນທຸກຍາກສາຂານະຄອນຫຼວງວຽງຈັນ ໄດ້ຊ່ວຍສັງກະສີ1.600 ແຜ່ນ, ໄມ້ແປຮູບ12ແມັດກ້ອນ ແລະ ເຄື່ອງນຸ່ມຫົ່ມ ລວມມູນຄ່າ86ລ້ານກວ່າກີບ; ໂທ ລະໂຄ່ງ, ປະກາດ, ເດີຟຣີແລນ, ທະນາຄານການຄ້າ, ລາວໂທລະຄົມ, ຢູນາ, ມູນນິທິ ຮ່ວມໃຈໜ່ວຍກູ້ຊີບອົງການກາແດງ, ສະມາຄົມອາສາກູ້ໄພນະຄອນຫຼວງ, ໜ່ວຍກູ້ໄພ ມູນນິທິຈີນ, ໜ່ວຍກູ້ໄພແຂວງສະຫວັນນະເຂດ ມີສັງກະສີ1.000ແຜ່ນ, ໄມ້10ແມັດ ກ້ອນ ແລະ ເຄື່ອງນຸ່ງຫົ່ມ ລວມມູນຄ່າ75ລ້ານກີບ.
ທ່ານນາງ ບຸນເພັງ ມູນໂພໄຊ ຊ່ວຍໄມ້ແປຮູບ10ແມັດກ້ອນ ແລະ ເງິນສົດຈຳນວນໜຶ່ງ, ທ່ານ ແກ້ວພູວົງ ເຈົ້າຂອງປໍ້ານ້ຳ ມັນຫຼັກ20 ຊ່ວຍໄມ້1ແມັດກ້ອນ, ທ່ານ ອຸ່ນນາກ ຜ້າຫົ່ມ40ຜືນ, ທ່ານ ຜັນ ມະນີກອງ ຜ້າຫົ່ມ13ຜືນ ແລະ ໄມ້1ແມັດກ້ອນ; ຄອບຄົວບັນດາທ່ານ ຈັນສະໝອນ, ບຸນມີ, ເກດຕິສັກ, ສີວອນ, ນ້ອຍຄຳສົນ, ກໍລະກັນ, ຮົ່ວ, ຕຸ້ຍ, ຕູ້ຍປະກອນ, ບຸນຄົງ ຊ່ວຍ ເຂົ້າສານໜຽວ960ກິໂລກຼາມ, ແປ້ງນົວ64ຖົງ, ເກືອ64ຖົງ, ປ່ອງປາ32ແພັກ ເງິນສົດ 3.200.000ກີບ ລວມ9.920.000ກີບ.ນອກນັ້ນຍັງມີບຸກຄົນນິຕິບຸກຄົນຕື່ມອື່ນໆ ທີ່ຮ່ວມເດີນທາງເຂົ້າໃຫ້ການຊ່ວຍເຫລືອຄັ້ງນີ້.
ບ້ານສັນແຟນ ກຸ່ມນ້ຳລ້ຽງ ເມືອງຄຳແຂວງຊຽງຂວາງ ໄດ້ຮັບຜົນກະທົບຈາກອັກ ຄີໄພ ໃນເວລາ16ໂມງຂອງວັນທີ7ພຶດສະພາ2018ທີ່ຜ່ານມາ ກ່ອນນີ້ໝົດ ບ້ານມີ44ຫຼັງຄາເຮືອນ ມີພົນລະເມືອງທັງໝົດ324ຄົນ ຍິງ138ຄົນ ໄຟໄໝ້ເຮືອນໝົດ ກ້ຽງມີ32ຫຼັງຄາເຮືອນ ໄໝ້ເລັກນ້ອຍ ແລະ ເປ່ເພມີຈຳນວນໜຶ່ງ ມີຄົນເຈັບ2ຄົນ ເຂົ້າ8.240ກິໂລກຼາມ ບ້ານດັ່ງກ່າວເປັນຊົນເຜົ່າຜ້ອງ100% ທີ່ດຳລົງຊີວິດໃນບ້ານ ລວມມູນຄ່າ ເສຍຫາຍ1ຕື້ກ່ວາກີບ.
ທ່ານເຈົ້າແຂວງຍັງໃຫ້ຮູ້ວ່າ ຍັງມີຫຼາຍພາກສ່ວນກຳລັງເດີນທາງເຂົ້າຊ່ວຍເຫຼືອ ຂໍໃຫ້ລະວັງການເດີນທາງ ເພາະ ບ້ານດັ່ງກ່າວຫ່າງຈາກຕົວເມືອງໆຄຳ74ກິໂລແມັດ ໃນນີ້ເປັນເສັ້ນທາງປູຢາງມີ50ກິໂລ ແມັດ, ທາງດິນແດງ18ກິໂລແມັດ ແລະ ທາງທະລຸ6ກິໂລແມັດ ຈິ່ງຮອດບ້ານສັນແຟນ.

























No comments:
Post a Comment