Monday, 14 May 2018

ນາຊ່າກຽມເປີດຕົວເຮລິຄັອບເຕີສຳຫຼວດດາວອັງຄານ

ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊດສະຫະລັດ ຫຼື ນາຊ່າ ລະບຸໃນເວັບໄຊວ່າ ມີແຜນທີ່ຈະເປີດຕົວສະໜາມບິນບໍ່ມີຄົນຂັບຮຸ່ນໃໝ່ທີ່ຈະຖືກນຳໄປໃຊ້ໃນພາລະກິດສຳຫຼວດດາວອັງຄານໃນອານາຄົດ ໂດຍຈະມີລັກສະນະຄືເຮລິຄັອບເຕີຂະໜາດນ້ອຍ ແລະ ເປັນຄັ້ງທຳອິດທີ່ນຳສະໜາມບິນທີ່ໜັກກວ່າອາກາດ (heavier-than-air-vehicle) ມາໃຊ້ງານເທິງດາວອັງຄານ

ນາຊ່າລະບຸວ່າ ການຮັບມືກັບສະພາບຊັ້ນບັນຍາກາດຂອງດາວອັງຄານຈຳເປັນຕ້ອງຕິດຕັ້ງໃບພັດເຮລິຄັອບເຕີທີ່ສາມາດໝຸນໄດ້ໄວກວ່າເຮລິຄອັບເຕີປົກກະຕິເກືອບ 10 ເທົ່າ
ນອກຈາກນີ້ ເຮລິຄັອບເຕີສຳຫຼວດທີ່ທາງນາຊ່າກຽມຈະເປີດຕົວຍັງມີນ້ຳໜັກບໍ່ຮອດ 1.8 ກິໂລກຣາມ ຂະນະທີ່ນັກວິທະຍາສາດຂອງນາຊ່າ ກໍ່ມີແຜນທີ່ຈະທົດສອບການບິນຂອງເຮລິຄັອບເຕີສຳຫຼວດຂະໜາດນ້ອຍລຳນີ້ຈຳນວນ 5 ເທື່ອ ແລະ ຫາກເປັນໄປຕາມທີ່ກຳນົດການກໍ່ຄາດເດົາວ່າຈະຖືກນຳໄປໃຊ້ໃນພາລະກິດສຳຫຼວດດາວອັງຄານໃນເດືອນ ກໍລະກົດ 2020

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...